ເພີ່ມທະວີການໂຄ ສະນາສະຖານທີ່ທ່ອງທ່ຽວ ຫວຽດນາມ ທີ່ “ປອດໄພ, ສະໜິດສະໜົມ, ມີຄຸນນະພາບ”
(ພາບປະກອບ)
(vovworld) – ເພີ່ມທະວີການໂຄສະນາສະຖານທີ່ທ່ອງທ່ຽວຫວຽດນາມ ທີ່ “ປອດໄພ, ສະໜິດສະໜົມ, ມີຄຸນນະພາບ”. ນັ້ນແມ່ນຄຳເຫັນຂອງທ່ານລັດຖະມົນຕີກະຊວງວັດທະນະທຳ, ກຳລາ ແລະ ທ່ອງທ່ຽວ ຮ່ວາງຕວນແອງ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ” ໃນວັນທີ 17/08. ຕາມທ່ານລັດຖະມົນຕີ ຮ່ວາງຕວນແອງ ແລ້ວ, ໄລ່ລວມ 7 ເດືອນຕົ້ນປີ 2014, ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ຄາດວ່າບັນລຸເກືອບ 4,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນປີ 2013. ແລະກໍ່ໃນ 7 ເດືອນຕົ້ນປີ 2014, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດກ່ວາ 17 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 7% ເມື່ອທຽບໃສ່ໄລຍະດຽວກັນປີ 2013. ທ່ານລັດຖະມົນຕີຮ່ວາງຕວນແອງ ໃຫ້ຮູ້ວ່າ ເພື່ອດຶງດູດການຊຸກຍູ້ລະດັບເຕີບໂຕດ້ານການທ່ອງທ່ຽວຫວຽດນາມ ໃນຊຸມເດືອນຍັງເຫຼືອຂອງປີ 2014 ແລະ ຊຸມປິຕໍ່ໄປ, ກະຊວງວັດທະນະທຳ, ກຳລາ ແລະ ທ່ອງທ່ຽວ ໄດ້ເປັນເຈົ້າການ, ຜັນຂະຫຍາຍບັນດາໝວດມາດຕະການແກ້ໄຂຢ່າງຄົບຊຸດ.
“ທຳອິດແມ່ນເພີ່ມທະວີວຽກງານສື່ສານ, ໂຄສະນາທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາສະພາບແວດລ້ອມດຳເນີນທຸລະກິດ, ພາບພົດຂອງຫວຽດນາມ ເຊິ່ງເປັນສະຖານທີ່ ທີ່ “ປອດໄພ, ສະໜິດສະໜົມ, ມີຄຸນນະພາບ”. ຕໍ່ຈາກນັ້ນ, ຂະແໜງທ່ອງທ່ຽວຫວຽດນາມ ຕ້ອງປະຕິບັດວຽກງານສົ່ງເສີມ, ໂຄສະນາ, ເປີດກວ້າງຕະຫຼາດທ່ອງທ່ຽວສາກົນໄປຍັງບັນດາຕະຫຼາດໃໝ່, ຫຼີກລ້ຽງການຂຶ້ນກັບຕະຫຼາດທີ່ມີຢູ່ແລ້ວ. ນອກນັ້ນ, ຂະແໜງທ່ອງທ່ຽວຫວຽດນາມ ຕ້ອງຍູ້ແຮງບັນດາການເຄື່ອນໄຫວຊຸກຍູ້ການທ່ອງທ່ຽວພາຍໃນປະເທດ ຊາວຫວຽດນາມ ໄປທ່ອງທ່ຽວຫວຽດນາມ ຕື່ມອີກ”.
ທ່ານລັດຖະມົນຕີ ຮ່ວາງຕວນແອງ ກໍ່ຖືວ່າ, ບັນດາພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ທ້ອງຖິ່ນຕ້ອງໜູນຊ່ວຍວິສາຫະກິດໃນຄວາມມານະພະຍາຍາມແນະນຳ, ໂຄສະນາໃຫ້ແຕ່ລະທ້ອງຖິ່ນ ແລະ ຜ່ານນັ້ນໂຄສະນາປະເທດຫວຽດນາມ ແມ່ນ 1 ໃນຈຳນວນ 20 ປະເທດທີ່ມີສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດໃນໂລກ.