ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ
ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 20/9 ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສົມທົບກັບອົງການພັດທະນາ ສປຊ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບ ໂຄງການ“ເພ່ີ່ມທະວີກຳລັງຄວາມສາມາດແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ ຫວຽດນາມ ເພື່ອບັນເທົາຜົນກະທົບ ແລະ ກວດກາການປອ່ຍອາຍພິດເຮືອນແກ້ວ. ພາຍຫລັງເກືອບ 4 ປີແຫ່ງການຜັນຂະຫຍາຍນັບແຕ່ເມື່ອປີ 2009 ມາຮອດປະຈຸບັນ, ໂຄງການດັ່ງກ່າວໄດ້ຫນູນຊ່ວຍຢ່າງຕັ້ງຫນ້າໃຫ້ແກ່ບັນດາອົງການຂຶ້ນກັບບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຍົກສູງກຳລັງຄວາມສາມາດໃນການສ້າງຍຸດທະສາດແຫ່ງຊາດ, ໂຄງການຈຸດໝາຍແຫ່ງຊາດ, ແຜນການດຳເນີນງານແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ເຈີນທຸກ, ຫົວຫນ້າສະຖາບັນວິທະຍາສາດອຸຕິນິຍົມອຸທົກກະສາດສິ່ງແວດລ້ອມໃຫ້ຮູ້ວ່າ:
“ເລື່ອງນຳບັນຫາການປ່ຽນແປງຂອງດິນຟ້າອາກາດເຂົ້າໃນແຜນການພັດທະນາຂອງປະເທດຊາດແມ່ນວຽກງານໃຫມ່ອ່ຽມ ສະນັ້ນ ບັນດາທ້ອງຖິ່ນ, ນັບທັງບັນດາກະຊວງກໍບໍ່ເຄີຍເຮັດ ແຕ່ເຂົາເຈົ້າໄດ້ປະຕິບັດໂຄງການດັ່ງກ່າວສຳເລັດຜົນ. ຄຽງຄູ່ກັນນັ້ນ ການບັນເທົາການປ່ອຍອາຍພິດເຮືອນແກ້ວແມ່ນສອດຄ່ອງກັບເງື່ອນໄຂຂອງປະເທດຊາດ ແລະໄດ້ຮັບການຫນູນຊ່ວຍດ້ານການເງິນ, ເຕັກໂນໂລຊີ, ນັບທັງການເພີ່ມທະວີກຳລັງຄວາມສາມາດ.”