ພິທີໄຂຊຸດບຳລຸງສ້າງວິຊາສະເພາະໃຫ້ພະນັກງານສະພາ
ກາແດງລາວ
ພາບ:dangcongsan.vn
|
(vovworld)- ຕອນເຊົ້າວັນທີ 12/9 ຢູ່ ຮ່າໂນ້ຍ, ໄດ້ໄຂຊຸດບຳລຸງວິຊາສະເພາະສະຫງວນໃຫ້ແກ່ພະນັກງານສະພາກາແດງລາວ. ໃນໄລຍະຮ່ຳຮຽນຢູ່ຫວຽດນາມ, ມີພະນັກງານສະພາກາແດງ ລາວ 20 ຄົນໄດ້ຮັບການແນະນຳກ່ຽວກັບທັດສະນະ, ແຜນນະໂຍບາຍຂອງພັກ, ລັດຫວຽດນາມ ກ່ຽວກັບການເຄື່ອນໄຫວມະນຸດສະທຳ, ບັນດາຂໍ້ມູນພື້ນຖານກ່ຽວກັບສະພາກາແດງຫວຽດນາມ, ຍຸດທະສາດພັດທະນາສະພາກາແດງຫວຽດນາມ ຮອດປີ 2020. ຄຽງຄູ່ກັນນັ້ນ ຈະແລກປ່ຽນບົດຮຽນໃນວຽກງານປ້ອງກັນ ແລະ ຮັບມືກັບໄພພິບັດ, ວຽກງານມະນຸດສະທຳ, ສ້າງ ແລະ ຄຸ້ມຄອງໂຄງການ, ພັດທະນາແຫລ່ງກຳລັງ, ການບໍລິຈາກເລືອດ. ທ່ານ ບຸນມາ ໄຊຍະສຸກ, ຫົວຫນ້າຄະນະພະນັກງານສະພາກາແດງ ລາວ ເຂົ້າຮ່ວມຊຸດບຳລຸງສ້າງ ໃຫ້ຮູ້ວ່າ:
“ນີ້ແມ່ນປີທີ 3, ສູນກາງສະພາກາງແດງຫວຽດນາມ ສ້າງເງື່ອນໄຂໃຫ້ຄະນະພະນັກງານສະພາກາແດງ ລາວ ມາຝືກອົບຮົມ, ຍົກສູງລະດັບຄວາມຮູ້ວິຊາສະເພາະ. ຜ່ານການອົບຮົມ, ພວກຂ້າພະເຈົ້າເຫັນວ່າ ບັນດາພະນັກງານທີ່ໄດ້ຮັບການອົບຮົມນັ້ນ ເມື່ອກັບຄືນເຮັດວຽກບັນລຸປະສິດທິຜົນທີ່ສຸດ. ສະພາກາແດງ ຫວຽດນາມໄດ້ຊ່ວຍເຫລືອພວກຂ້າພະເຈົ້າຜັນຂະຫຍາຍໂຄງການທະນາຄານງົວທີ່ບັນລຸໄດ້ໝາກຜົນເປັນຫນ້າຊື່ນຊົມ. ປະຈຸບັນ ພວກຂ້າພະເຈົ້າມີແຜນການທະວີຄູນໂຄງການດັ່ງກ່າວ ຢູ່ 4 ແຂວງ ທາງພາກເຫນືອຂອງລາວ.”