ເພີ່ມທະວີແຫລ່ງກຳລັງເພື່ອຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າສ່ວນຫນ້ອຍຢ່າງວ່ອງໄວ
ກອງປະຊຸມສະຫລຸບວຽກງານຊົນເຜົ່າປີ 2013 ແລະ ຜັນຂະຫຍາຍຫນ້າທີ່ວຽກງານຊົນເຜົ່າປີ 2014
photo:chinhphu.vn
|
(vovworld)- ສຸມໃສ່ສ້າງນະໂຍບາຍໃຫ້ສົມບູນແບບຕິດພັນກັບເພີ່ມທະວີແຫລ່ງກຳລັງເພື່ອຫລຸດຜ່ອນຄວາມທຸກຍາກໃຫ້ແກ່ເຂດຊົນເຜົ່າສ່ວນຫນ້ອຍຢ່າງວ່ອງໄວ, ໝັ້ນຄົງ. ນີ້ແມ່ນຫນຶ່ງໃນບັນດາຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ກອງປະຊຸມສະຫລຸບວຽກງານຊົນເຜົ່າປີ 2013 ແລະ ຜັນຂະຫຍາຍຫນ້າທີ່ວຽກງານຊົນເຜົ່າປີ 2014 ໂດຍຄະນະກຳມະການຊົນເຜົ່າຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 15/1 ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕີລາຄາສູງບັນດາໝາກຜົນພົ້ນເດັ່ນຂອງວຽກງານຊົນເຜົ່າໃນປີຜ່ານມາ, ປະກອບສ່ວນຢ່າງແທດຈິງເຂົ້າໃນຜົນສຳເລັດລວມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຮຽກຮ້ອງຄະນະກຳມະການຊົນເຜົ່າ, ບັນດາກະຊວງ, ຂະແຫນງການ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ຈົ່ງຍົກສູງປະສິດທິຜົນການບໍລິຫານລັດໃນຂົງເຂດນີ້ ພ້ອມທັງປະຕິບັດບັນດານະໂຍບາຍເພື່ອຫລຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນຊົນເຜົ່າຢ່າງວ່ອງໄວ.