ເມັກຊິກໂກ ຢຸດການນຳເຂົ້າກຸ້ງແຊເຢັນຂອງຫວຽດນາມ ແມ່ນບໍ່ມີພື້ນຖານດ້ານ ວິທະຍາສາດ

ເມັກຊິກໂກ ຢຸດການນຳເຂົ້າກຸ້ງແຊເຢັນຂອງຫວຽດນາມ ແມ່ນບໍ່ມີພື້ນຖານດ້ານ ວິທະຍາສາດ - ảnh 1
ການປຸ່ງແຕ່ງກຸ້ງສົ່ງອອກທີ່ໄດ້ຕາມມະດຕະຖານຢູ່ຫວຽດນາມ
(ພາບ: TTXVN)

Vovworld- ​ເພື່ອ​ປົກ​ປ້ອງ​ຂະ​ແໜງ​ກຸ້ງ​ລ້ຽງ​ຢູຸ່ພາຍໃນປະເທດຫຼີກລ່ຽງອາການ ກຸ້ງຕາຍ​ໄວ (EMS) ລັດຖະບານ ເມັກ​ຊິກ​ໂກ​ໄດ້​ຕົກລົງ ຢຸດ​ການ​ນຳ​ເຂົ້າ​ກຸ້ງ​ແຊ​ເຢັນ​ຈາກຫວຽດນາມ. ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ຫາ​ກໍ​ມີ​ສານ​ທາງ​ການ ສົ່ງ​ເຖິງ​ສະຖານທູດ ເມັກ​ຊິກ​ໂກປະຈຳ​ຫວຽດນາມ​ເພື່ອ​ສະ​ເໜີ​ປະ​ເທດ​ນີ້ລົບ​ລ້າງ​ຄຳ​ສັ່ງ​ຫ້າມການ​ນຳ​ເຂົ້າ​ກຸ້ງ​ແຊ​ເຢັນ​ຈາກຫວຽດນາມ. ທ່ານ​ຫງວຽນ​ຫິວ​ຢຸ້ງ, ຮອງ​ປະທານ​ສະຫະ​ສະມາຄົມ​ປຸ່ງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ​ໃຫ້​ຮູ້​ວ່າ : 

   “ ​ເລື່ອງ ເມັກ​ຊິກ​ໂກ ຫ້າມການ​ນຳ​ເຂົ້າ​ກຸ້ງ​ແຊ​ເຢັນ​ຈາກຫວຽດນາມ ຍ້ອນ​ຖື​ວ່າ ກຸ້ງ​ຂອງ​ຫວຽດນາມ​ບັນຈຸ EMS ທີ່​ສາມາດ​ເຮັດ​ໃຫ້​ກຸ້ງ​ຂອງ ເມັກ​ຊິກ​ໂກຕິດ​ແປດ​ພະຍາດ​ແມ່ນ​ຂາດ​ວິທະຍາສາດ. ບັນດາ​ນັກວິ​ທະຍາ​ສາດ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ກຸ​້ງ​ແຊ​ເຢັນ​ບໍ່​ສາມາດ​ເຮັດ​ໃຫ້ກຸ້ງ​ຂອງ ເມັກ​ຊິກ​ໂກຕິດ​ແປດ​ພະຍາດ​​ໄດ້. ການ​ກະທຳ​ນີ້​ພວມ​ເປັນ​ຮົ້ວ​ກີດຂວາງ​ຕໍ່​ປະ​ເທດ​ອື່ນໆ, ຊຶ່ງ​ຕົ້ນ​ຕໍ່​ແມ່ນ​ດ້ານ​ຈິດຕະ ຫາກ​ບໍ່​ແມ່ນ​ສົ່ງ​ຜົນ​ກະທົບ​ເຖິງ​ດ້ານ​ການ​ຄ້າ​ໂດຍ​ກົງ ” 
ຂ່າວ/ບົດ​ອື່ນ