(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ
ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ)
(vovworld) – ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຈະຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການໃນລະຫວ່າງວັນທີ 15 – 18/9/2015. ເປົ້າໝາຍຂອງການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ຊຸກຍູ້ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.