ທ່ານ ຫງວຽນຟູ໋ຈ້ອງ ແລະ ທ່ານນາງ Christine Lagarde
(ພາບ: Quang Thái) |
(vovworld) – ຕອນບ່າຍວັນທີ 18/3, ຢູ່ທຳນຽບ ເອກະພາບ, ນະຄອນໂຮ່ຈີມິນ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Christine Lagarde, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF), ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານ ຫງວຽນຟູ໋ຈ້ອງ ຊົມເຊີຍການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງທ່ານນາງ ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ, ສະແດງຄວາມປິຕິຊົມຊື່ນຕໍ່ໜ້າການພັດທະນາ ແລະ ການຮ່ວມມືນັບມື້ນັບມີປະສິດທິຜົນ ແລະ ແທດຈິງລະຫວ່າງ IMF ແລະ ຫວຽດນາມ.
ທ່ານນາງ Christine Lagarde, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ຕີລາຄາສູງບັນດາຜົນງານພັດທະນາທາງດ້ານເສດຖະກິດ - ສັງຄົມ ຊຶ່ງ ຫວຽດນາມ ບັນລຸໄດ້, ພິເສດແມ່ນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້… ທ່ານນາງ ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ ຢັ້ງຢືນການສະໜັບສະໜູນຢ່າງແຮງສຳລັບການກຳນົດທິດພັດທະນາ ແລະ ໜ້າທີ່ຈຸດສຸມຂອງ ຫວຽດນາມ ທີ່ໄດ້ວາງອອກໃນໄລຍະຈະມາເຖິງ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຍຸ້ແຮງການປະຕິຮູບຢ່າງຮອບດ້ານ, ພິເສດແມ່ນລະບົບທະນາຄານ, ລັດວິສາຫະກິດ, ສະພາບແວດລ້ອມແຫ່ງການລົງທຶນ…