(vovworld) – ຕອນເຊົ້າວັນທີ 6/12, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 13 ແລະ ບັນດາສະມາຊິກຄະນະ ສສຊ ຮ່າໂນ້ຍ, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮ່ວານກ໋ຽມ ແລະ ບາດີ່ງ, ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຫາກໍ່ດຳເນີນຢູ່ ຮ່າໂນ້ຍ. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາໝາກຜົນ ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8, ໃນນັ້ນພົ້ນເດັ່ນແມ່ນວຽກງານສ້າງກົດໝາຍດ້ວຍເລື່ອງ ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ 18 ສະບັບ, ມະຕິ 11 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 12 ສະບັບອື່ນອີກ ແລະ ຕົກລົງຫຼາຍເນື້ອໃນສຳຄັນຂອງປະເທດຊາດ. ຜູ້ມີສິດເລືອກຕັ້ງກໍ່ໄດ້ປະກອບຫຼາຍຄຳເຫັນກ່ຽວກັບການເຄື່ອນໄຫວຂອງກອງປະຊຸມຂອງສະພາແຫ່ງຊາດ, ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ… ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບເອົາບັນດາຄຳເຫັນສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ພ້ອມທັງຊີ້ແຈ້ງວ່າ: ດ້ວຍຄວາມເປີດເຜີຍ, ປະຊາທິປະໄຕ, ການເຄື່ອນໄຫວຂອງສະພາແຫ່ງຊາດນັບມື້ນັບໄດ້ຮັບຄວາມສົນໃຈ, ຕິດຕາມກວດກາຈາກປະຊາຊົນໃນທົ່ວປະເທດ. ຜ່ານນັ້ນ, ບົດບາດເປັນເຈົ້າຂອງປະຊາຊົນ ພາຍໃຕ້ການນຳພາຂອງພັກໄດ້ຮັບການຍົກສູງຂຶ້ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕອບບັນດາຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບເລື່ອງລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.