ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງສິ້ນສຸດການຢ້ຽມຢາມຍີ່ປຸ່ນເປັນທາງການຢ່າງຈົບງາມ
( ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ
ທ່ານນາຍົກລັດຖະມົນຕີ Shinzo Abe )
(vovworld) – ສິ້ນສຸດການຢ້ຽມຢາມແຂວງ Kanagawa, ທ້າຍຕອນແລງວັນທີ 18/9 ຕາມເວລາ ຍີ່ປຸ່ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອປະເທດ. ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ Shinzo Abe ຢ່າງຈົບງາມ.
ເດີນທາງອອກຈາກ ຍີ່ປຸ່ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງໂທລະເລກຂອບໃຈເຖິງທ່ານນາຍົກລັດຖະມົນຕີ Shinzo Abe. ໃນໂທລະເລກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຊື່ອໝັ້ນວ່າ: ໝາກຜົນຕັ້ງໜ້າທີ່ສຸດ ຂອງການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ, ຊຸກຍູ້ຢ່າງຮອບດ້ານ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ່ວາອີກ ເພື່ອຄວາມວັດທະນາຖາວອນລວມຂອງ 2 ຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸງເຮືອງຢູ່ ອາຊີ.