ທ່ານ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມວັນບຸນ
ມະຫາສາມັກຄີທົ່ວປວງຊົນຢູ່ແຂວງ ບັກນິງ
(vovworld) - ຕອນເຊົ້າວັນທີ 13/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ແຂວງ ບັກນິງ, ສະເຫຼີມສະຫຼອງ 86 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930-18/11/2016) ຢູ່ບ້ານ ເຟິດຕິກ, ຕາແສງ ເຟິດຕິກ, ເມືອງ ຕຽນຢູ, ແຂວງ ບັກນິງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມວັນບຸນແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດພ້ອມກັບປະຊາຊົນຢູ່ທີ່ນີ້ ແລະ ໄດ້ເຫັນປະຈັກຕາການ ຊີວິດການເປັນຢູ່ທີ່ນັບມື້ນັບພັດທະນາຂອງປະຊາຊົນ. ທ່ານເລຂາທິການໃຫຍ່ຍ້ອງຍໍສັນລະເສີນນ້ຳໃຈສາມັກຄີ, ຄວາມມານະພະຍາຍາມ ແລະ ບັນດາຜົນງານເຊິ່ງຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດທຸກຂັ້ນ ແລະ ປະຊາຊົນທຸກຊັ້ນວັນນະໃນບໍລິເວນບັນລຸໄດ້. ທ່ານຫວັງວ່າ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນໃນບ້ານ ເຟິດຕິກ, ຕາແສງ ເຟິດຕິກ, ເມືອງ ຕຽນຢູ, ແຂວງ ບັກນິງ ສືບຕໍ່ປະຕິບັດຂະບວນການທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລໃຫ້ດີກວ່າອີກ, ບັນລຸຜົນງານຫຼາຍກວ່າ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມອບຂອງຂວັນໃຫ້ພະນັກງານ, ປະຊາຊົນບ້ານ ເຟິດຕິກ, ໄປຈູດທູບທຽນ, ປູກຕົ້ນໄມ້ຢູ່ວັດ ເຟິດຕິດ - ເຊິ່ງແມ່ນປູຊະນີຍະສະຖານປະຫວັດສາດ ວັດທະນະທຳລະດັບຊາດພິເສດ.