ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ອິນເດຍ ມາຢ້ຽມຢາມ ຫວຽດນາມ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ອິນເດຍ ມາຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ແລະ ທ່ານ ເລຂາທິການ​ໃຫຍ່​ພັກ CPI Sudhakar Reddy
(ພາບ: Trí Dũng/TTXVN)

(vovworld) - ​​ໂດຍ​ໄດ້ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ຄະນະ​ຜູ້​ແທນ​ພັກ​ກອ​ມມູນິດ ອິນ​ເດຍ (CPI) ​ໂດຍ​ທ່ານ Sudhakar Reddy, ​ເລຂາທິການ​ໃຫຍ່​ພັກ CPI ນຳ​ໜ້າ​​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນລະຫວ່າງ​ວັນ​ທີ 23 -29/5. ຕອນ​ບ່າຍ​ວັນ​ທີ 28/5, ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ແລກປ່ຽນ​ຢ່າງ​ສະໜິດສະໜົມ​ກັບ​ຄະນະ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ຄະນະ​ຜູ້​ແທນ​ພັກ​ກກອມ​ມູນິດ ອິນ​ເດຍມາ​ຢ້ຽມຢາມ ຫວຽດນາມ, ຖື​ນີ້​ເປັນ​ຂີດ​ໝາຍ​ສຳຄັນ ​ແລະ ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ຂອງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ ​ແລ​ະ ປະຊາຊົນ 2 ປະ​ເທດ, ຂອບ​ໃຈ​ພັກ​ກ​ອມມູນິດ ອິນ​ເດຍ ທີ່​ໄດ້​ໃຫ້​ການ​ສະໜັບ​ສະ​ໜູນ ​ແລະ ຊ່ວຍ​ເຫຼືອ​ປະຊາຊົນ ຫວຽດນາມ​ ໃນ​ການຕໍ່ສູ້​ກ່ອນ​ນີ້ ກໍ່​ຄື​ບັນດາ​ການ​ເຄື່​ອນ​ໄຫວ​ສາມັກຄີ, ມິດຕະພາບ​ກັບ ຫວຽດນາມ ​ໃນ​ປະຈຸ​ບັນ. ທ່ານ​ເລຂາທິກ​ານ​ໃຫຍ່ ​ລາຍ​ງາ​ນສັງ​ລວມບັນດາ​ເຫດການ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ພັກ​ກອມ​ມູນິດ ຫວຽດນາມ, ກ່ຽວ​ກັບ​ສະພາບ​ການ​​ເສດຖະກິດ, ສັງຄົມ​ຂອງ ຫວຽດນາມ, ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​​ໃນ​ການພັດທະນາ​ເສດຖະກິດ - ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເລຂາທິການ​ໃຫຍ່ ຫວັງ​ວ່າ: ພັກ​ກອມ​ມູນິດ ອິນ​ເດຍ ດ້ວຍ​ບົດບາດ​ສຳຄັນ​ບົນ​ເວທີ​ການ​ເມື​ອງ ອິນ​ເດຍ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງຕັ້ງໜ້າ​ໃນ​ການ​ປັບ​ປຸງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດ​ຍ ກ່ວາ​ອີກ.

    ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິ່ນ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເປັນ​ຫົວໜ້າ​ຄະນະ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ອິນ​ເດຍ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການອັນ​ລະອຽດ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ​ໃນ​ອະນາຄົດ​​ໃກ້​ໆນີ້. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ອິນ​ເດຍ ​ໄດ້​ເຂົ້າ​ສຸສານ​​ໄຫວ້​ອາ​ໄລປະທານ ​ໂຮ່ຈີ​ມິນ, ຢ້ຽມຢາມ ​ເຮືອນຢູ່ ​ແລະ ​ບ່ອນເຮັດ​ວຽກ​ຂອງເພີ່ນ ກໍ່​ຄື​ໄປຢ້ຽມຢາມ​ສະຖານ​ທີ່​ຈຳນວນ​ໜຶ່ງຢູ່ ພາກ​ເໜືອ - ພາກ​ໃຕ້.

ຂ່າວ/ບົດ​ອື່ນ