(vovworld) – ຕອນບ່າຍວັນທີ 14/7, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Koichiro Gemba ເນື່ອງໃນໂອກາດທີ່ທ່ານມາເຂົ້າຮ່ວມກອງປະຊຸມຄັ້ງທີ່ 4 ຄະນະກຳມະການຮ່ວມມືຫວຽດນາມ - ຍີ່ປຸນ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ຢືນຢັນແນວທາງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແມ່ນຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ ໃຫ້ນັບມື້ນັບເລິກເຊິ່ງກວ່າ, ເປີດກວ້າງການພົບປະແລກປ່ຽນການຮ່ວມມື, ເພື່ອຜົນປະໂຫຍກຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Koichiro Gemba ໃຫ້ຮູ້ວ່າ ປະຊາຊົນ ແລະ ບັນດາວິສາຫະກິດຍີ່ປຸ່ນ ລ້ວນແຕ່ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ, ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນພັກການເມືອງ, ລັດຖະສະພາ, ຍູ້ແຮງການພົວພັນດ້ານວັດທະນະທຳ, ມະນຸດລະຫວ່າງສອງປະເທດ, ພິເສດແມ່ນການຜັນຂະຫຍາຍບັນດາໂຄງການເຊິ່ງໄດ້ຮັບການລົງນາມລະຫວ່າງສອງລັດຖະບານ, ພ້ອມກັນນັ້ນເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແຫນ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.
ທ່ານນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ
( ພາບ: TTXVN )
ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Koichiro Gemba, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ສະເໜີໃຫ້ຍີ່ປຸ່ນ ສືບຕໍ່ໜູນຊ່ວຍທຶນ ODA ຊ່ວຍຫວຽດນາມ ພັດທະນາເສດຖະກິດສັງຄົມ, ພິເສດແມ່ນພື້ນຖານໂຄງລ່າງ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍ່ສ້າງ ແລະ ປະຕິບັດຍຸດທະສາດຫັນເປັນອຸດສາຫະກຳຮອດປີ 2020. ສ່ວນທ່ານລັດຖະມົນຕີຍີ່ປຸ່ນ ໄດ້ຢືນຢັນວ່າ, ທັດສະນະຂອງຍີ່ປຸນແມ່ນຮັບປະກັນການຄ້າເສລີ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ, ແກ້ໄຂການພິພາດກັນຜ່ານການເຈລະຈາດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດເນື້ອໃນຈິດໃຈ DOC ຢ່າງເຂັ້ມງວດ ມຸ່ງໄປເຖິງການສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ ( COC ).