ເລີ່ມດຳເນີນບັ້ນຮົບຮ່ວມ Cobra Gold ຢູ່ໄທ

(VOVWORLD) -ວັນທີ 12 ກຸມພາ, ໄທ ແລະ ອາເມລິກາ ໄດ້ເປັນປະທານໄຂບັ້ນຊ້ອມຮົມປະຈຳປີທີ່ມີຊື່ວ່າ Cobra Gold ຢູ່ທາງພາກເໜືອປະເທດໄທ.

ນີ້ແມ່ນບັ້ນຊ້ອມຮົບໃຫຍ່ສຸດຢູ່ພາກພື້ນອາຊີ - ປາຊີຟິກ, ດ້ວຍການເຂົ້າຮ່ວມຂອງ 29 ປະເທດ ໃນຖານະບົດບາດເຂົ້າຮ່ວມການຊ້ອມຮົບ ຫຼື ເປັນນັກສັງເກດການ. ພ້ອມກັບໄທ ແລະ ອາເມລິກາ, ມີ 7 ປະເທດອື່ນຄື: ສິງກະໂປ, ຍີ່ປຸ່ນ, ຈີນ, ອິນເດຍ, ອິນໂດເນເຊຍ, ມາເລເຊຍ ແລະ ສ.ເກົາຫຼີ ແມ່ນບັນດາປະເທດຕົ້ນຕໍ່ເຂົ້າຮ່ວມບັ້ນຊ້ອມຮົບໃນຄັ້ງນີ້. ຈຸດປະສົງຂອງບັ້ນຊ້ອມຮົບຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ຄວາມສາມາດພົວພັນລະຫວ່າງບັນດາປະເທດ. ຄາດວ່າ, ບັ້ນຊ້ອມຮົບຈະສິ້ນສຸດລົງໃນວັນທີ 22 ກຸມພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ