(ພາບ:.tienphong.vn)
( vovworld ) – ຕອນເຊົ້າວັນທີ 22/8, ຢູ່ບ້ານຄຳເກີດ ແຂວງບໍລິຄຳໄຊ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ສົມທົບກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈັດພິທີເລີ່ມລົງມືກໍ່ສ້າງບ້ານມິດຕະພາບຊາວໜຸ່ມເຂດຊາຍແດນຫວຽດນາມ-ລາວ. ໂຄງການດັ່ງກ່າວໄດ້ກໍ່ສ້າງຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ, ຫ່າງຈາກນະຄອນຫຼວງວຽງຈັນກ່ວາ 400 ກມ ໄປທາງທິດຕາເວັນອອກສ່ຽງໃຕ້ດ້ວຍຍອດຈຳນວນເງິນລົງທຶນຂອງໂຄງການແມ່ນກ່ວາ 180 ຕື້ດົ່ງ, ໃນນັ້ນ, ທຶນ ODA ຫວຽດນາມ ຊ່ວຍລາວ ແມ່ນກ່ວາ 65 ຕື້ດົ່ງ. ກ່າວຄຳເຫັນທີພິທີ, ການນຳຄະນະຊາວໜຸ່ມສອງປະເທດຢືນຢັນວ່າບ້ານມິດຕະພາບຊາວໜຸ່ມເຂດຊາຍແດນຫວຽດນາມ-ລາວ ແມ່ນໂຄງການສຳຄັນ, ແທດຈິງ ເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບຫວຽດນາມ-ລາວ 2012 ເພື່ອແນໃສ່ດຶງດູດຊາວໜຸ່ມ ແລະ ຄອບຄົວໜຸ່ມຂອງທ້ອງຖິ່ນມາກໍ່ຮ່າງສ້າງຕົວໃນໄລຍະຍາວນານ. ໂດຍຜ່ານໂຄງການ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈະສະຫລຸບ ແລະ ທະວີຄູນຮູບແບບຊາວໜຸ່ມເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ, ປະກອບສ່ວນແກ້ໄຂວຽກເຮັດງານທຳ…