ເລີ່ມລົງມືກໍ່ສ້າງອະນຸ ສອນສະຖານປະທານ ໂຮ່ຈິມິນຢູ່ບາວີ່-ຮ່າໂນ້ຍ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີ
(ພາບ: Doãn Tấn – TTXVN)
(vovworld)- ຕອນເຊົ້າວັນທີ 17/3, ຢູ່ເຂດປູສະນີຍະສະຖານ K9 ດ່າຈົງ-ເມືອຝບາວີ່-ນະຄອນຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ອອກຄຳສັ່ງເລີ່ມລົງມືກໍ່ສ້າງອະນຸສອນສະຖານປະທານໂຮ່ຈິມິນ. ທ່ານຮອງນາຍົກລັດຖະ ມົນຕີຫງວຽນຊວນຟຸກ ເນັ້ນນັກວ່າ, ນີ້ແມ່ນກິດຈະກຳຈຸດສຸມຮັບໃຊ້ໂຄງການເປີດກ້ວາງທັດສະນີຍະພາບ ແລະ ເສີມຂະຫຍາຍຄວາມໝາຍດ້ານການເມືອງ, ປະຫວັດ ສາດ, ວັດທະນະທຳຂອງເຂດປູ່ສະນີຍະສະຖານ. ຫວົໜ່ວຍດຳເນີນກໍ່ສ້າງກິດຈະກຳຕ້ອງລົງທຶນກຳລັງເຮື່ອແຮງ, ພູມປັນຍາ, ຄວາມຮັບຜິດຊອບເພື່ອກໍ່ສ້າງກິດຈະກຳຮັບປະກັນຄຸນນະພາບ, ເປີດສະຫຼອງກົງກັບໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ (19/5/2015).
ເຂດປູສະນີຍະສະຖານ K9 ມີຄວາມໝາຍພິເສດດ້ານປະຫວັດສາດ ແລະ ວັດທະນະທຳ ຊື່ງແມ່ນແຫ່ງທີ່ປະທານໂຮ່ຈິມິນ ແລະ ບັນດາການນຳສູນກາງໄດ້ເຮັດວຽກໃນໄລຍະສົງຄາມຕ້ານອາເມລິກາ, ແມ່ນແຫ່ງທີ່ປະທານໂຮ່ຈິມິນ ຕ້ອນຮັບເພື່ອນມິດສາກົນ./.