ເວທີປາໄສຂັ້ນສູງເຕັກໂນ ໂລຊີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2013
ທ່ານນາຍົກລັດຖະມົນຕີ ຫວຽດນາມ
ຫງວຽນເຕີນຢຸງ ທີ່ເວທີປາໄສ
(ພາບ:dangcongsan.vn)
(vovworld)- ຕອນເຊົ້າວັນທີ 20/6, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໄຂເວທີປາໄສຂັ້ນສູງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ປີ 2013 ດ້ວຍຫົວເລື່ອງ “ເຕັກໂນໂລຊີຂໍ້ມູນຂ່າວສານ-ພື້ນຖານຂອງວິທີການພັດທະນາໃໝ່ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດຮອບດ້ານ”. ນີ້ແມ່ນເວທີປາໄສທີ່ມີອິດທິພົນຊື່ສຽງເພື່ອໃຫ້ບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານ, ນັກຄົ້ນຄ້ວາ ແລະ ປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ ພ້ອມກັນປຶກສາຫາລື, ແປ່ງປັນຄວາມຮັບຮູ້, ທ່າອ່ຽງ ແລະ ວິໄສທັດ ກໍ່ຄືວາງອອກບັນດາການກຳນົດທິດ, ມາດຕະການເພື່ອແນໃສ່ສືບຕໍ່ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນທ່າໄດ້ປຽບໃນການພັດທະນາພິເສດຂອງຫວຽດນາມ ບົນພື້ນຖານແຫຼ່ງຊັບພະຍາກອນມະນຸດໜຸ່ມເປັນຈຳນວນຫຼາຍ ແລະ ໄດ້ຮັບການບຳລຸງສ້າງໂດຍພື້ນຖານ. ເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນປັດໄຈໜຶ່ງສຳຄັນປະກອບສ່ວນປະຕິບັດ 3 ບຸກທະລຸຍຸດທະສາດຂອງປະເທດຊາດສຳເລັດ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ:
“ລັດຖະບານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ປະຊາຄົມວິສາຫະກິດ, ບັນດາຜູ້ຊ່ຽວຊານ, ນັກຄົ້ນຄ້ວາ ຕ້ອງຊາບຊືມທັດສະນະທີ່ວ່າ ເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນພື້ນຖານຂອງວິທີການພັດທະນາໃໝ່ໃນອົງການຄຸມຄອງຂັ້ນຕ່າງໆ, ບັນດາຂະແໜງເສດຖະກິດສັງຄົມ, ໃນແຕ່ລະວິສາຫະກິດ ແລະ ທົ່ວສັງຄົມ; ສຸມໃສ່ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຜະລິດ, ດຳເນີນທຸລະກິດ ແລະ ການຄຸ້ມຄອງ ມຸ້ງໄປເຖິງຈຸດໝາຍຍົກສູງຄວາມສາມາດແກ້ງແຍ້ງຮອບດ້ານແຫ່ງຊາດ, ຖືວ່າ, ນີ້ແມ່ນເສັ້ນທາງດີທີ່ສຸດເພື່ອໃຫ້ຫວຽດນາມ ກ້າວທັນກັບບັນດາປະເທດພັດທະນາ ແລະ ຍຸກສະໄໝ”.