ເວທີປາໄສວິສາຫະກິດຫວຽດນາມ-ອີຢູ 2013

ເວທີປາໄສວິສາຫະກິດຫວຽດນາມ-ອີຢູ 2013 - ảnh 1
ພາບປະກອບ:vneconomic.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 29/5, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສາຂາ​ນະຄອນ​ໂຮ່ຈິ​ມີນ​ໄດ້​ສົມທົບ​ກັບ​ຄະນະ​ຜູ້ຕາງຫນ້າສະຫະພາບ​ເອີ​ລົບ( ອີ​ຢູ) ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອີ​ຢູ 2013. ນະ​ທີ່​ນີ້ ບັນດາ​ອົງການ​ກ່ຽວຂ້ອງ, ສະຫະສະມາຄົມ​ໄດ້​ແນະນຳ​ສະພາບ​ການ​ສັງ​ລວ​ມກ່ຽວ​ກັບ​ເສດຖະກິດ​ຂອງ​ຫວຽດນາມ ​ແລະ ອີ​ຢູ, ສະ​ເຫ​ນີບັນຫາ​ຕ່າງໆ​ເພື່ອ​ຍົກ​ການ​ພົວພັນ​ດ້ານ​ການ​ຄ້າ ການ​ລົງທຶນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່ ຜ່ານ​ນັ້ນ​ສ້າງ​ກາລະ​ໂອກາດ ​ແລະ ກອບ​ກົດໝາຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື. ປີ 2012 ອີ​ຢູ ກາຍ​ເປັນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ສຸດ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ສູງ​ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ບັນລຸ​ປະມານ 30 ຕື້ USD.

 

ຂ່າວ/ບົດ​ອື່ນ