ເວທີປາໄສອາຊີບົວຢາວ“ສັງເກດຕໍ່ອະນາຄົດຂອງໂລກາພິວັດ ແລະ ການຄ້າເສລີ”
ຮ່າຖັ໋ງ, ດິ່ງຕ໋ວນ - ນັກຂ່າວ VOV ປະຈຳ ຈີນ -  
ເວທີປາໄສ ອາຊີ ບົວຢາວ 2017
|
(vovworld) - ເວທີປາໄສ ອາຊີ ບົວຢາວ 2017 ດ້ວຍຫົວຂໍ້ວ່າ: “ສັງເກດຕໍ່ອະນາຄົດຂອງໂລກາພິວັດ ແລະ ການຄ້າເສລີ” ໄດ້ຈັດຕັ້ງຢູ່ເທດສະບານ ບົວຢາວ, ໄຮ່ໜານ, ປະເທດ ຈີນ ແຕ່ວັນທີ 23 – 26/3, ພິທີໄຂຈະຈັດຕັ້ງໃນຕອນເຊົ້າວັນທີ 25/3 ຢ່າງເປັນທາງການ. ໃນວັນເຮັດວຽກທຳອິດ (23/3), ບັນດາຜູ້ແທນເຂົ້າຮ່ວມບັນດາວາລະປຶກສາຫາລື ແລະ ການໂອ້ລົມສົນທະນາຢ່າງເປັນທາງການ.
ທີ່ເວທີປາໄສ ອາຊີ ບົວຢາວ ປີ 2017 ມີການເຄື່ອນໄຫວຕ່າງໆ 60 ຢ່າງຄື: ບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະ, ການປຶກສາຫາລືໂຕະມົນ, ການໂອ້ລົມສົນທະນາໂດຍກົງ… ກ່ຽວກັບທຸກໆແງ່ມູນຕ່າງຫາກຂອງສະພາບການເສດຖະກິດໂລກ ແລະ ອາຊີ, ໃນນັ້ນໄດ້ລົງເລິກປຶກສາຫາລືກ່ຽວຂ້ອງເຖິງ 4 ເນື້ອໃນຕົ້ນຕໍແມ່ນໂລກາພິວັດ, ການເຕີບໂຕ, ປະຕິຮູບ ແລະ ບັນດາຮູບແບບເສດຖະກິດໃໝ່.
ຮ່າຖັ໋ງ, ດິ່ງຕ໋ວນ - ນັກຂ່າວ VOV ປະຈຳ ຈີນ