(vovworld) - ຕອນເຊົ້າວັນທີ 13/06, ຢູ່ນະຄອນໂຮ່ຈິມິນ, ສະຖານທູດສ.ອີນໂດເນເຊຍ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈັດຕັ້ງເວທີປາໄສຮ່ວມມື ດ້ານການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຫວຽດນາມ - ອີນໂດເນເຊຍ ຄັ້ງທີ 2. ເຂົ້າຮ່ວມເວທີປາໄສມີ 250 ວິສາຫະກິດຂອງຫວຽດນາມ ແລະ ອິນໂດເນເຊຍ ເຊິ່ງໄດ້ສຸມໃສ່ປຶກສາຫາລືກ່ຽວກັບແງ່ຫວັງຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ ແລະ ບັນດາຄວາມມານະພະຍາຍາມເພື່ອມຸ່ງໄປເຖິງການປະຕິບັດໂຄງການເຄື່ອນໄຫວລວມລະຫວ່າງຫວຽດນາມ - ອີນໂດເນເຊຍ. ພິເສດສູ້ຊົນນຳວົງເງິນສົ່ງອອກ 2 ສົ້ນບັນລຸລະດັບ 5 ຕື້ USD ໃນປີ 2015. ທ່ານ Mayerfas, ເອກອັກຄະລັດຖະທູດສ.ອີນໂດເນເຊຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ.
“ເວທີປາໄສຄັ້ງນີ້ ແມ່ນໂອກາດເພື່ອໃຫ້ວິສາຫະກິດ 2 ຝ່າຍໄດ້ພົບປະກັນ, ເປີດກວ້າງເຄືອຂ່າຍພົວພັນກໍຄືຊອກຫາບັນດາການພົວພັນຮ່ວມມືໃໝ່, ຈາກນັ້ນເພີ່ມທະວີການພົວພັນຮ່ວມມືດ້ານການຄ້າ 2 ຝ່າຍ, ເພີ່ມທະວີກາລະໂອກາດລົງທຶນລະຫວ່າງ 2 ປະເທດ, ພ້ອມທັງດຶງດູດນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມອີນໂດເນເຊຍ ແລະ ກົງກັນຂ້າມ”.
ປະຈຸບັນອີນໂດເນເຊຍ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 4 ຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໄລຮອດເດືອນ 5 ປີ 2013, ອີນໂດເນເຊຍ ມີ 35 ໂຄງການລົງທຶນຢູ່ຫວຽດນາມ, ດ້ວຍຍອດຈຳນວນເງິນຈົດທະບຽນກວ່າ 285 ລ້ານ USD.