ເວທີປາໄສເພື່ອອະນາຄົດສ.ເກົາຫຼີ - ຫວຽດນາມ ຄັ້ງທີ 2
ເວທີປາໄສເພື່ອອະນາຄົດສ.ເກົາຫຼີ - ຫວຽດນາມ ຄັ້ງທີ 2
(ພາບ: nhandan.com.vn)
(vovworld) – ເວທີປາໄສເພື່ອອະນາຄົດຂອງສ.ເກົາຫຼີ - ຫວຽດນາມ ຄັ້ງທີ 2 ດຳເນີນໄປຢູ່ນະຄອນຫຼວງ ເຊີອູນ, ປະເທດສ.ເກົາຫຼີ, ໃນວັນທີ 19/03, ດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດ Shin Dong ik, ປະທານກອງທຶນພົບປະແລກປ່ຽນສາກົນສ.ເກົາຫຼີ Yoo Hyeon seok ແລະ ເຈົ້າໜ້າທີ່, ນັກຮຽນຮູ້ອັນດັບໜຶ່ງໃນບັນດາຂົງເຂດການເມືອງ, ການທູດ, ວັດທະນະທຳຂອງປະເທດເຈົ້າພາບກວ່າ 20 ທ່ານ. ສ່ວນຝ່າຍຫວຽດນາມ ມີທ່ານສາດສະດາຈານ, ດ.ຣ ຫງວຽນຊວນທັ໋ງ, ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ, ນັກຊ່ຽວຊານ, ນັກຮຽນຮູ້ກ່ຽວກັບການພົວພັນຫວຽດນາມ - ສ.ເກົາຫຼີ ພ້ອນກັນເຂົ້າຮ່ວມ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນຊວນທັ໋ງ ເນັ້ນໜັກວ່າ, ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດານັກວາງແຜນນະໂຍບາຍ, ນັກຊ່ຽວຊານ, ນັກຮຽນຮູ້ຂອງ 2 ປະເທດປຶກສາຫາລື ແລະ ຍົກອອກບັນດາຂໍ້ສະເໜີດ້ານນະໂຍບາຍ ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ ກໍ່ຄືການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໃນໄລຍະຈະມາເຖິງ. ບັນດາເຈົ້າໜ້າທີ່ລັດຖະບານ, ສະພາແຫ່ງຊາດສ.ເກົາຫຼີ ລ້ວນແຕ່ຕີລາຄາສູງການພັດທະນາຢ່າງແຮງ, ເລິກເຊິ່ງຂອງການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ຢືນຢັນວ່າ, ຍາມໃດ ສ.ເກົາຫຼີກໍ່ສະໜັບສະໜູນເພີ່ມທະວີການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງກວ່າອີກ, ແນໃສ່ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນ 2 ປະເທດ.
ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້ໃຫຍ່ຄື: “ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ: ການຮ່ວມມືດ້ານການທູດ ແລະ ເສດຖະກິດ”, “ແຫຼມເກົາຫຼີ ແລະ ສະພາບການການເມືອງພາກພື້ນ”, “ບັນດາບັນຫາວັດທະນະທຳ - ສັງຄົມ 2 ຝ່າຍ ແລະ ມາດຕະການເຮັດໃຫ້ໃນການພົວພັນຄູ່ຮ່ວມມືມີຄວາມໝັ້ນຄົງ ແລະ ມີຫົວຄິດປະດິດສ້າງ”.