(vovworld) – ເວທີປາໄສເສດຖະກິດຫວຽດນາມ-ສ.ເກົາຫຼີ ປີ2015ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ເປັນຜຸ້ຈັດຕັ້ງ, ໄດ້ດຳເນີນໃນຕອນເຊົ້າວັນທີ 13/11, ຢູ່ຮ່າໂນ້ຍ, ເພື່ອແນໃສ່ແລກປ່ຽນ ແລະ ຊຸກຍູ້ບັນດາກາລະໂອກາດຮ່ວມມືລະຫວ່າງວິສາຫະກິດ, ນັກລົງທຶນ 2 ປະເທດ ໃນສະພາບປະຕິບັດສັນຍາການຄ້າເສລີຫວຽດນາມ - ສ.ເກົາຫຼີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຖືວ່າ, ນີ້ແມ່ນກາລະໂອກາດໃຫຍ່ຫຼວງເພື່ອໃຫ້ວົງການນັກທຸລະກິດ, ບັນດານັກລົງທຶນ 2 ປະເທດສືບຕໍ່ເປີດກວ້າງການຮ່ວມມື, ເພີ່ມທະວີການແລກປ່ຽນການຄ້າ, ນຳໃຊ້ບັນດາທ່າໄດ້ປຽບຂອງກັນໃຫ້ຫຼາຍຫວ່າ ເພື່ອການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຫຍດ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ປະຊາຄົມວິສາຫະກິດສ.ເກົາຫຼີ ສືບຕໍ່ເອົາໃຈໃສ່, ເປີດກວ້າງການລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດຄື: ກະສິກຳ, ການສຶກສາ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ…