( ພາບ : http://www.cand.com.vn )
( VOV World ) - ໃນສະພາບທີ່ບັນດາສະມາຊິກຂອງສະຫະພາບ ເອີລົບ ( EU ) ພວມຕົກຢູ່ໃນສະພາບຕິດໜິ້ຢ່າງໜັກໜ່ວງ, ຄວາມຕ້ອງການຂອງບັນດາປະເທດພັດທະນາພວມຫຼຸດລົງ, ຄວາມຂາດສະຖຽນລະພາບໃນສັງຄົມເພີ່ມຂື້ນນັ້ນແມ່ນ ຜົນສະທ້ອນຈາກເສດຖະກິດທີ່ອ່ອນດ້ອຍ, ກອງປະຊຸມສຳມະນາທຳອິດຂອງເວທີປາໄສໂລກຄັ້ງທີ່ 42 ຢູ່ Davos, ປະເທດ ສະວິດ ໄດ້ດຳເນີນໄປຢ່າງຟົດເຟື້ນດ້ວຍບັນດາບັນຫາອານາຄົດຂອງສະກຸມເງິນ ເອີໂລ ກໍ່ຄືວິກິດການໜິສິນຂອງ ເອີລົບ. ຜູ້ຊ່ຽວຊານດ້ານເສດຖະກິດຫຼາຍທ່ານໃຫ້ຮູ້ວ່າ ການນຳຂອງປະເທດຕ່າງໆຈະຊອກຫາວິທີເພື່ອແກ້ໄຂບັນຫາເຊິ່ງວິກິດການໜິສິນຂອງລັດກໍ່ຂື້ນ, ເພາະວ່າວິກິດການດັ່ງກ່າວໄດ້ສົ່ງຜົນສະທ້ອນເຖິງຫຼາຍປະເທດ. ກ່ຽວກັບບັນຫາ ເກຼກ, ໃນຂະນະທີ່ບັນດາຜູ້ແທນລ້ວນແຕ່ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ເກຼກ ຈະຖອນອອກຈາກພາກພື້ນນຳໃຊ້ສະກຸນເງິນ ເອີໂລ ລວມຫຼືບໍ່, ທ່ານຮອງຜູ້ອຳນວຍການກອງທຶນເງິນຕາສາກົນ ( IMF ) ຈູໝີນ ໃຫ້ຮູ້ວ່າ, ເກຼກ ຈະບໍ່ອອກຈາກພາກພື້ນນຳໃຊ້ສະກຸນເງິນ ເອີໂລ ລວມ. ເກຣັກ ພວມດຳເນີນການເຈລະຈາຫຼາຍໂຄງການ. ຊຳບໍ່ໜຳ ນັບທັງສະພາບການຮ້າຍແຮງກວ່າ, ເງິນ ເອີໂລ ກໍ່ບໍ່ຖືກລົ້ມລາຍຢ່າງສິ້ນເຊິງໄດ້ .