ປະທານາທິບໍດີ ຊີຣີ Bashar al-Assad.
(ພາບ: AFP/ TTXVN)
|
(vovworld) - ສຳນັກຂ່າວສານ ຝລັ່ງ AFP ໄດ້ຄັດສະເໜີແຫຼ່ງຂ່າວໃກ້ຊິດກັບຄະນະເຈລະຈາຂອງລັດຖະບານ ຊີຣີ ໃນວັນທີ 7/3 ໂດຍໃຫ້ຮູ້ວ່າ, ລັດຖະບານປະເທດນີ້ ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມຮອບເຈລະຈາສັນຕິພາບຄັ້ງໃໝ່ກັບຝ່າຍຄ້ານຢູ່ ເຊີແນວ, ປະເທດ ສະວິດ ແຕ່ວັນທີ 14/3. ແຫຼ່ງຂ່າວດັ່ງກ່າວບໍ່ໃຫ້ຮູ້ລະອຽດກ່ຽວກັບໄລຍະເວລາຄະນະຜູ້ແທນລັດຖະບານຈະໄປ ເຊີແນວ ເທື່ອ. ກ່ອນໜ້ານັ້ນ, ວັນທີ 5/3, ທ່ານ Staffan de Mistura, ທູດພິເສດຂອງສະຫະປະຊາຊາດ ກ່ຽວກັບບັນດາ ຊີຣີ ໃຫ້ຮູ້ວ່າ, ການເຈລະຈາໂດຍສັນຕິກ່ຽວກັບ ຊີຣີ ຄາດວ່າຈະດຳເນີນຄືນໃໝ່ໃນວັນທີ 10/3 ຈະມາເຖິງ, ຕາມນັ້ນແລ້ວ, ບາງຄະນະຜູ້ແທນຈະມີໜ້າຢູ່ ເຊີແນວ ແຕ່ວັນທີ 9/3. ປະຈຸບັນ, ຍັງບໍ່ທັນຮູ້ວ່າຝ່າຍຄ້ານ ຊີຣີ ຈະເຂົ້າຮ່ວມການເຈລະຈາດັ່ງກ່າວຫຼືບໍ່.