ເສດຖະກິດຂຽວຮັບໃຊ້ການພັດທະນາແບບຍື່ນຍົງ ຢູ່ ຫວຽດນາມ
ວັນທີ 13/12 ຢູ່ ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດຕັ້ງເວທີປາໃສ “ເສດຖະກິດຂຽວໃນສະພາບການພັດທະນາແບບຍື່ນຍົງ ຢູ່ ຫວຽດນາມ“. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນທ໋ຽນເຍີນ, ຮອງນາຍົກລັດຖະມົນຕີ ໄດ້ເນັ້ນຫນັກວ່າ: ເສດຖະກິດຂຽວ ແມ່ນຮູບແບບໃຫມ່, ປະກອບສ່ວນຮັບປະກັນຊີວິດສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ, ຍົກສູງອັດຕາສ່ວນຜະລິດຄືນໃຫມ່ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ. ເສດຖະກິດຂຽວແມ່ນຍຸດທະສາດທີ່ຈຳເປັນ, ສ້າງວຽກເຮັດງານທຳ, ຮັບປະກັນການເຕີບໂຕເສດຖະກິດແບບຍື່ນຍົງ ແລະ ສະກັດກັ້ນມົນລະພິດສິ່ງແວດລ້ອມ, ບັນຫາໂລກຮ້ອນ, ການຊຸດໂຊມສິ່ງແວດລ້ອມ. ສະນັ້ນ ຄວນຄົ້ນຄ້ວາ ສ້າງສະພາບແວດລ້ອມດ້ານກົດໝາຍ, ກົນໄກ, ນະໂຍບາຍສະດວກ ເພື່ອໃຫ້ເສດຖະກິດພັດທະນາຕາມທິດນັບມື້ນັບຂຽວກວ່າ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຢືນຢັນຄວາມຈຳເປັນຕ້ອງຫັນປ່ຽນໄປສູ່ພື້ນຖານເສດຖະກິດຂຽວ, ແນະນຳທັດສະນ ແລະ ພຶດຕິກຳຕົວຈິງການພັດທະນາເສດຖະກິດຂຽວຢູ່ໃນໂລກ ພ້ອມທັງຍົກໃຫ້ເຫັນບັນດາຄວາມຫຍຸ້ງຍາກ ແລະ ມາດຕະການກ່ຽວກັບນະໂຍບາຍເພື່ອໃຫ້ຫວຽດນາມສ້າງພື້ນຖານເສດຖະກິດຂຽວໃນສະພາບການພັດທະນາແບບຍື່ນຍົງ.