ພາບປະກອບ
|
(vovworld) – ກຸ່ມທະນາຄານໂລກ (WBG) ຄາດຄະເນວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຈະນຳມາກຳລັງໜູນດ້ານເສດຖະກິດໃຫ້ແກ່ ຫວຽດນາມ, ຍີ່ປຸ່ນ ແລະ ມາເລເຊຍ ກ່ອນປີ 2030. ຕາມບົດລາຍງານ “ແງ່ຫວັງເສດຖະກິດທົ່ວໂລກ” ຫາກໍ່ໄດ້ປະກາດຈາກ WBG ແລ້ວ, ເສດຖະກິດ ຫວຽດນາມ ຈະໄດ້ຮັບການຍູ້ແຮງທີ່ສຸດ, ຄືເກືອບ 10%, ຊຶ່ງແມ່ນລະດັບສູງສຸດໃນຈຳນວນ 12 ປະເທດສະມາຊິກ TPP ໂດຍອີງໃສ່ບັນດາຜະລິດຕະພັນເຄື່ອງຕຳ່ແຜ່ນຕັດຫຍິບ ແລະ ຂະແໜງອຸດສາຫະກຳຕັດຫຍິບ ຫວຽດນາມ ໄດ້ສຳພັດໂດຍບຸລິມະສິດເມື່ອເຂົ້າຕະຫຼາດ ອາເມລິກາ ແລະ ບັນດາຕະຫຼາດຫຼັກແຫຼ່ງອື່ນ. ແລະກໍ່ຕາມ WBG ແລ້ວ, ພື້ນຖານເສດຖະກິດຂອງ ມາເລເຊຍ ຈະເພີ່ມຂຶ້ນ 8% ຍ້ອນບັນດາວິສາຫະກິດສົ່ງອອກຂອງປະເທດນີ້, ຈະມີທ່າແຮງກ່ວາເມື່ອທຽບໃສ່ບັນດາຄູ່ແຂ່ງໃນພາກພື້ນທີ່ບໍ່ເຂົ້າຮ່ວມ TPP ຄື: ໄທ, ຟີລິບປິນ ແລະ ອິນໂດເນເຊຍ. ໃນຂະນະນັ້ນ, ຮອດປີ 2030, ເສດຖະກິດ ຍີ່ປຸ່ນ ຈະເພີ່ມຂຶ້ນກ່ວາ 2,7% ຍ້ອນມີ TPP.
ສັນຍາ TPP ດ້ວຍການເຂົ້າຮ່ວມຂອງ ອາເມລິກາ, ຫວຽດນາມ ແລະ ພ້ອມກັບ 10 ປະເທດອື່ນໃນ ອາຊີປາຊີຟິກ, ເມື່ອມີຜົນສັກສິດຢ່າງເປັນທາງການ ຈະລົບລ້າງອັດຕາພາສີ ແລະ ຮົ້ວກີດຂວາງຫຼາຍປະເພດໃຫ້ແກ່ສິນຄ້າ - ບໍລິການສົ່ງອອກ - ນຳເຂົ້າລະຫວ່າງບັນດາປະເທດໃນກຸ່ມ, ກວມ 40% ຍອດປະລິມານການຜະລິດຂອງໂລກ.