(ພາບປະກອບ)
(vovworld) - ວັນທີ 12/04 ຢູ່ນະຄອນຫລວງ Brussels ຫ້ອງການການຄ້າ ແລະ ອຸດສາຫະກຳ ແບນຊິກ - ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບເສດຖະກິດໂລກຮອບດ້ານ ແລະ ທີ່ຕັ້ງພູມີປະເທດການເມືອງ, ໃນນັ້ນ ເນັ້ນໜັກເປັນພິເສດເຖິງການພັດທະນາຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ. ທີ່ກອງປະຊຸມສຳມະນາ, ນັກບັນລະຍາຍ Nabil Jkjakli ຊ່ຽວຊານເສດຖະກິດຂຶ້ນກັບກຸ່ມບໍລິສັດປະກັນໄພ CREDENDO ຢືນຢັນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ສູງກ່ວາ 6% ແມ່ນຄວາມໄຝ່ຝັນຂອງບັນດາປະເທດຝ່າຍທິດຕາເວັນຕົກ. ບັນດາທ່າແຮງ ຕົ້ນຕໍໄດ້ຊ່ວຍເສດຖະກິດ ຫວຽດນາມ ພັດທະນາ ນັ້ນແມ່ນທີ່ຕັ້ງພູມີປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂະຫຍັນຂັນເຄື່ອນ. ນີ້ແມ່ນບັນດາປັດໃຈຊຸກຍູ້ອຸດສາຫະກຳພັດທະນາ ພິເສດແມ່ນຂະແໜງອຸດສາຫະກຳປະດິດສ້າງ. ໜຶ່ງໃນບັນດາໂອກາດທີ່ດີ ເພື່ອດຶງດູດບັນດານັກລົງທຶນຈາກ ເອີລົບ ເຂົ້າ ຫວຽດນາມ. ຕາມທ່ານ Nabil Jkjakli ແລ້ວ ກໍ່ແມ່ນສັນຍາການຄ້າເສລີສະຫະພາບ ເອີລົບ - ຫວຽດນາມ ໄດ້ຊ່ວຍລົບລ້າງຮົ້ວກີດຂວາງກ່ຽວກັບພາສີ, ໜູນຊ່ວຍບັນດານັກລົງທຶນ 2 ຝ່າຍໄດ້ຮັບຜົນປະໂຫຍດຫລາຍກ່ວາ, ພ້ອມທັງ ກໍ່ສ້າງການພົວພັນຄູ່ຮ່ວມມືພິເສດລະຫວ່າງ ອີຢູ ແລະ ຫວຽດນາມ. ພ້ອມກັນນັ້ນ, ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໄດ້ລົງນາມ ຈະເຊື່ອມຕໍ່ບັນດາຂົງເຂດເສດຖະກິດ, ນອກຈາກ ອາເມລິກາ ແລະ ເອີລົບ, ສ້າງກຳລັງໜູນພັດທະນາເສດຖະກິດໃນໂລກ ໃນນັ້ນມີ ຫວຽດນາມ.