ເສດຖະກິດ ຫວຽດນາມພວມຢູ່ ໃນໄລຍະຫັນປ່ຽນ - ກາລະໂອກາດອັນໃຫຍ່ຫຼວງໃຫ້ບັນດາ ນັກລົງທຶນ

ເສດຖະກິດ ຫວຽດນາມພວມຢູ່ ໃນໄລຍະຫັນປ່ຽນ - ກາລະໂອກາດອັນໃຫຍ່ຫຼວງໃຫ້ບັນດາ ນັກລົງທຶນ - ảnh 1
(ພາບປະກອບ)

(vovworld) – ດ້ວຍ​ຫົວ​ຂໍ້ “ຊອກ​ຫາບ​ັນດາ​ກາລະ​​ໂອກາດ​ລົງທຶນ​ໃໝ່​ຢູ່​ຫວຽດນາມ”, ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວກັບ​ການ​ລົງທຶນ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 11/09, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

    ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາຖື​ວ່າ, ປະຈຸ​ບັນ ຫວຽ​ດນາມ ພວມ​ມີ​ໂຄງ​ປະກອບ​ພົນລະ​ເມືອງຄຳ, ພົນລະ​ເມືອງ​ໜຸ່ມ​ໄດ້​ຮັບ​ການ​ສຶກສາ​​ໄດ້ດີ ​ແລະ ພວມ​ກ້າວ​ຂຶ້ນ, ​ອັນໄດ້​ສ້າງ​ຄວາມ​ຕ້ອງການ​ດ້ານ​ການ​ໃຊ້​ສອຍ ​ແລະ ການ​ບໍລິການ​ໜູນ​ຊ່ວຍ​ຢ່າງ​ຫຼວງ​ຫຼາຍ…

    ທ່ານ ຫວໍ​ຈິ໋​ແທ່ງ, ຮອງ​ຫົວ​ໜ້າສະ​ຖາ​ບັນ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ ​ໃຫ້​ຮູ້​ວ່າ ພື້ນຖານ​ເສດຖະກິດ​ຫວຽດນາມ ພວມ​ຢູ່​ໃນ​​ໄລ​ຍະ​ຫັນປ່ຽນ ມີລັກສະນະ​ບາດ​ລ້ຽວກ່ຽວ​ກັບ​ຮູບ​ແບບ​ເຕີບ​ໂຕ, ປະຕິ​ຮູບ ​ແລະ ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ນີ້​ແມ່ນ​ກາລະ​ໂອກາດ​ທີ່​ໃຫຍ່​ຫຼວງ​ສຳລັບ​ບັນດາ​ນັກ​ລົງທຶນ.

     “​​ໃນໄລຍະ​ຍາວ ກາລະ​ໂອກາດ​ລົງທຶນ​ເຂົ້າ​ຫວຽດນາມ ​ແມ່ນ​ໃຫຍ່​ຫຼວງ. ທີ່​ 1​ແມ່ນ, ຫວຽດນາມ ນອນ​ໃນ​ເຂດ​ເສດ​ຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ. ທີ 2 ​ແມ່ນ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພື້ນຖານ​ເສດຖະກິດ​​ໂລກ​ຢ່າງ​ເລິກ​​ເຊິ່ງ ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ເສລີ ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2014 ​ແລະ 2015, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ ​ແລະ ສາມາດ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ TPP ​ໄດ້”.

ຂ່າວ/ບົດ​ອື່ນ