ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະປ່ຽນໃໝ່

ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະປ່ຽນໃໝ່ - ảnh 1
( ທ່ານ ຫວູຈ້ອງ​ກີ​ມ ຮອງ​ປະທານ ​ເລຂາທິການ​ໃຫຍ່​ຄະນະ​
ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ )


(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ຕອນ​ເຊົ້າ​ວັນ​ທີ 9/11 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ ​ແລະ ໜັງ​ສື​ພິມປະຊາຊົນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ເສີມ​ຂະຫຍາຍ​ກຳລັງ​​ແຮງມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ ​ແລະ ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ໃນ​ໄລຍະ​ປ່ຽນ​ໃໝ່​ປະ​ເທດ​ຊາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະຊຸມ​ສຳ​ມະ​ນາ. ທ່ານ ຫວູຈ້ອງ​ກີ​ມ ຮອງ​ປະທານ ​ເລຂາທິການ​ໃຫຍ່​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢັ້ງຢືນ​ວ່າ: 85 ປີຜ່ານມາ ພ້ອມ​ກັບ​ການ​ພັດທະນາ​ຂອງ​ການ​ປະຕິວັດ ຫວຽດນາມ. ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສ້າງ​ບັນດາ​ມູນ​ເຊື້ອປະຕິວັດ ທີ່​ສະຫງ່າ​ລາສີ ຕິດ​ພັນ​ກັບ​ປະຫວັດສາດ​ຢ່າງ​ສະຫງ່າ​ງາມ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຂອງ​ຊາດ ຫວຽດນາມ. ທີ່​ຕັ້ງ, ພາລະ​ບົດບາດ​ຂອງ​ແນວ​ໂຮມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ລະບົບ​ການ​ເມືອງ ​ແລະ ຊີວິດ​ສັງຄົມ​ໃນ​ປະຈຸ​ບັນ.

        ທ່ານ ດຣ ຟ້າມຊວນ​ຮັ່ງ ອາ​ດີດ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ຮ່າ​ໂນ້ຍ ປະກອບ​ຄຳ​ເຫັນ​ວ່າ:

        “ກຳລັງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງຊາດ ຈະ​ຕັດສິນ​ບັນຫາ​​ກໍ່ສ້າງ​ກຳລັງ​​ແຮງພາຍ​ໃນ ປະຈຸ​ບັນ ພັກ​ຄວນ​ສະ​ແດງ​ບົດບາດ​ຂອງ​ຕົນ ຕ້ອງ​ສາມັກ​ຄີ, ກ່ອນ​ອື່ນ​ໝົດ ​ແມ່ນຈຸດສຸມ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ​ໃນ​ນັ້ນ ພັກ​ແມ່ນ​ອົງການ​ຈັດ​ຕັ້ງ​ສະມາຊິກ​ພິ​ເສດ”.

ຂ່າວ/ບົດ​ອື່ນ