ເຫດວາງລະເບີດຢູ່ພາກໃຕ້ໄທ

ເຫດວາງລະເບີດຢູ່ພາກໃຕ້ໄທ - ảnh 1
ຢ່າງ​ໜ້ອຍ​ສຸດ​ມີ 1 ຄົນ​ເສຍ​ຊີ​ວິດ ແລະ 19 ຄົນ​ຖືກ​ຮັບ​ບາດ​ເຈັບ
(ພາບ: AFP)

(vovworld) - ​​​ ວັນ​ທີ 24/10, ​​ຕຳ​ຫຼວດ​ໄທ ໃຫ້​ຮູ້​ວ່າ, ຢ່າງ​ໜ້ອຍ​ສຸດ​ມີ 1 ຄົນ​ເສຍ​ຊີ​ວິດ ແລະ 19 ຄົນ​ຖືກ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​ບາງ​ຄົນ​​ແມ່ນ​ເຈັບ​ໜັກ ເມື່ອ​ລະ​ເບີດ​ລູກ​ໜຶ່ງ​ແຕກ​ຢູ່ນອກ​ຮ້ານ​ຂາຍ​ມີ່​ຢູ່​ເທດ​ສະ​ບານ​ເມືອງ ປັດ​ຕະ​ນີ, ເຊິ່ງ​ແມ່ນ​ແຫ່ງ​​ທີ່ມີ​ຊາວ​​ມຸດ​ສະ​ລິມ ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຢູ່​ພາກ​ໃຕ້​ປະ​ເທດນີ້. ປະ​ຈຸ​ບັ​ນ, ກຳ​ລັງ​ທີ່​​ກ່ຽວ​ຂ້ອງພວມ​ດຳ​ເນີນ​ການ​ສືບ​ສວນ​ເຫດ​ວາງ​ລະ​ເບີດ. ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວເກີດ​ຂຶ້ນພາຍ​ຫຼັງທີ່​​ພວກ​ວາງ​ລະ​ເບີດໄດ້​ສົມ​ທົບ​ກັນ​ຢູ່​ບັນ​ດາ​ເທດ​ສະ​ບານ​ເມືອງ​ທ່ອງ​ທ່ຽວ​ພາກ​ໃຕ້​ໄທ 2 ເດືອນ​, ເຮັດ​ໃຫ້​ຊາວ​ໄທ 4 ຄົນ​ເສຍ​ຊີ​ວິດ ແລະ ນັບ​ 10 ຄົນ​ຖືກ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​ຊາວ​ຕ່າງ​ປະ​ເທດ. ຕຳ​ຫຼວດ​ຢືນ​ຢັນ​ວ່າ, ບັນ​ດາ​ເຫ​ດ​ບຸກ​ໂຕມ​ຕີ​ດັ່ງ​ກ່າວ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ມື​ປືນ​ຊາວ​ມຸດ​ສະ​ລິມ.

ຂ່າວ/ບົດ​ອື່ນ