ລົດໂອໂຕຖືກເປເພຍ້ອນເຫດວາງລະເບີດ
(ພາບ: PressTV)
(vovworld) – ຕຳຫຼວດ ອີຣັກ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດ ແລະ 22 ຄົນຮັບບາດເຈັບໃນການວາງລະເບີດເມື່ອວັນທີ 15/10 ເພື່ອແນໃສ່ຊາວມຸດສະລິມຢູ່ນະຄອນ Kirkuk, ທີ່ຫ່າງຈາກນະຄອນຫຼວງ ແບດແດດ ໄປທາງທິດເໜືອ 250 ກມ.
ເຫດການເກີດຂຶ້ນຢູ່ແຄມທາງໃກ້ກັບໂບດແຫ່ງໜຶ່ງທີ່ມີຊາວມຸກສະລິມຫຼາຍຄົນພວມທຳພິທີ Eid al – Adha ລະເບີດຂຶ້ນ. ປະຈຸບັນ, ບໍ່ທັນມີກຸ່ມໃດຮັບຜິດຊອບກ່ຽວກັບການບຸກໂຈມຕີນີ້, ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາພາກສ່ວນກໍ່ການຮ້າຍ al – Qaeda ເຄີຍຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີແບບນີ້, ອັນໄດ້ກໍ່ຄວາມວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງຄັ້ງໃໝ່ທີ່ດຸເດືອດກ່ວາຢູ່ ອີຣັກ.
ອີຣັກພວມປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງທີ່ຮ້າຍແຮງກ່ວາໝູ່ໃນຊຸມປີຜ່ານມາ, ຕາມຕົວເລກສະຖິຕິຂອງສະຫະປະຊາຊາດແລ້ວ, ໃນ 9 ເດືອນຜ່ານມາທົ່ວປະເທດນີ້ມີເກືອບ 6.000 ຄົນເສຍຊີວິດ ແລະ ກ່ວາ 14.000 ຄົນຮັບບາດເຈັບ.