ເຫຼົ່າທັບເຮືອຮ່ຳຮຽນແລະປະຕິບັດ ຕາມແບບຢ່າງຄຸນສົມບັດ ປະທານໂຮ່ຈິມິນ

ເຫຼົ່າທັບເຮືອຮ່ຳຮຽນແລະປະຕິບັດ ຕາມແບບຢ່າງຄຸນສົມບັດ ປະທານໂຮ່ຈິມິນ - ảnh 1

(ພາບ: xaluan.com)

(vovworld)- ​​ໃນ 2 ປີຜ່ານມາ, ຂະ​ບວນການຮ່ຳ​ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ໃນ​ເຫຼົ່າທັບ​ເຮືອ​ຫວຽ​ດນາມ ມີ​ບາດກ້າວ​ພັດທະນາ​ຢ່າງໝັ້ນຄົງ​, ກ້າວເຂົ້າສູ່​ລວງ​ເລິກ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ຂະຫຍາຍ​ຢ່າ​ງ​ກ້ວາງຂວາງ. ພົນ​ເຮືອ​ຕີດິງຢາ​ເທີ​ດ, ​ເລຂາ​ຄະນະ​ພັກ, ກຳມະການ​ການ​ເມືອງ​ເຫຼົ່າ​ທັບ​ເຮືອ​ຫວຽ​ດນາມ ​ໃຫ້​ຮູ້​ວ່າ: ​ໃນ 2 ປີຜ່ານມາ, ຂະ​ບວນການ​ໄດ້​ສ້າງ​ສະຕິ​ຕື່ນ​ຕົວ, ນ້ຳ​ໃຈ​ຮັບຜິດຊອບ​ສູງ​​ໃຫ້ບັນດາ​ສ່ວນ​ບຸກຄົນ, ກົມ​ກອງ​ໃນ​ເຫຼົ່າ​ທັບ, ທຸກ​ຄົນ​ໄດ້​ສູ້​ຊົນ​ບື່ນຕົວ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງຄວາມ​ສາມາດ​ໃນ​ການຈັດຕັ້ງຊີ້​ນຳ​ກ່ຽວ​ກັບ​ການ​ຝຶກ​ຊ້ອມ, ​ເປັນ​ເຈົ້າກຳລັງ​ອາວຸດ, ພິ​ເສດ​ແມ່ນ​ກຳລັງ​ອາວຸດ​ໃໝ່. ​ເພື່ອ​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃນ​ສະພາບ​ການ​ໃໝ່​ໃຫ້​ດີ, ພົນ​ເຮືອ​ຕີດິງຢາ​ເທີ​ດ ຢືນຢັນວ່າ:

  “ໜ້າ​ທີ່​ອັນ​ໜັກໜ່ວງ​ຂອງ​​ເຫຼົ່າ​ທັບ​ເຮືອ​ໃນ​ປະຈຸ​ບັນ ນັ້ນ​ແມ່ນ​ການ​ປົກປັກຮັກສາອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ, ​ໄຫ່ລທະວີບ​ຂອງ​ປະ​ເທດ​ຊາດ, ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ​ບົນ​ທະ​ເລ​ຢ່າງໝັ້ນຄົງ​ ​ແລະ ກໍ່ສ້າງ​ເຫຼົ່າທັບ​ເຮືອ​​ໃຫ້ເປັນ​ກຳລັງ​ຫຼວງ ​ແລະ ທັນ​ສະ​ໄໝ. ຈາກ​ນັ້ນ, ວາງ​ອອກ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ສຸດ​ໃນ​ການ​ສືບ​ຕໍ່​ຍູ້​ແຮງການຮ່ຳ​ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຄຸນ​ນະ​ທາດ, ​ຄວາມ​ຕັດສິນ​ໃຈຂອງ​ພະນັກງານ​ນັກຮົບ​ແຕ່​ລະ​ຄົນ​ໃນ​ທົ່ວ​ເຫຼົ່າ​ທັບ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ທຸກ​ໜ້າ​ທີ່ ​ແລະ ປະຕິບັດ​ທຸກ​ໜ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຢ່າງ​ມີ​ໄຊ; ຕ້ອງກຽມພ້ອມ​ສູ້​ຮົບ ​ແລະ ຍອມ​ເສຍສະຫຼະ​ເພື່ອ​ການປົກ​ປັກ​ຮັກສາອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ, ​ໄຫ່ລທະວີບ​ຂອງ​ປະ​ເທດ​ຊາດຢ່າງໝັ້ນຄົງ​ໜັ​ກແໜ້ນ

 

 

ຂ່າວ/ບົດ​ອື່ນ