(ພາບປະກອບ)
(vovworld) - ວັນທີ 22/6, ທີ່ກອງປະຊຸມຢູ່ ລຸກຊຳບວກ, ບັນດາລັດຖະມົນຕີການຕ່າງປະເທດສະຫະພາບເອີລົບ (ອີຢູ) ໄດ້ເຫັນດີເປັນເອກະສັນວ່າ: ອີຢູ ແລະ ສະຫະສະມາຄົມບັນດາປະເທດອາຊີຕາເວັດອອກສຽງໃຕ້ (ອາຊຽນ) ຄວນສົມທົບກັນ ເພື່ອຍົກການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບຍຸດທະສາດ. ຕາມປະກາດທາງການແລ້ວ, ອີຢູ ຢັ້ງຢືນຄືນໃໝ່ວ່າ: ເລື່ອງຍົກການພົວພັນ ອີຢູ - ອາຊຽນໃຫ້ເປັນຄູ່ຮ່ວມມືຍຸດທະສາດ ຈະເປັນຂີດໝາຍດ້ວຍການປະກົດຕົວຂອງກຸ່ມນີ້ຢູ່ບັນດາເວທີປາໄສ, ກອງປະຊຸມຍຸດທະສາດຂອງພາກພື້ນ, ໃນນັ້ນມີກອງປະຊຸມສຸດຍອດອາຊີຕາເວັນອອກ. ຄຽງຂ້າງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ 2 ຝ່າຍໃນການເຊື່ອມຕໍ່ແລ້ວ, ອີຢູ ຍັງຖືວ່າ: ກຸ່ມນີ້ມີແຫຼ່ງຊັບສິນຫຼາຍຢ່າງ ເພື່ອໜູນຊ່ວຍອາຊຽນບັນລຸໄດ້ບັນດາຄາດໝາຍກ່ຽວກັບຄວາມສາມາດເຊື່ອມຕໍ່, ພ້ອມທັງພວມມຸ່ງໄປເຖິງຍົກສູງການຮ່ວມມືເຊິ່ງທັງ 2 ຝ່າຍຕ່າງມີຜົນປະໂຫຍດ ຜ່ານບັນດາກົນໄກພິເສດເພື່ອໜູນຊ່ວຍໃຫ້ແກ່ການເຊື່ອມໂຍງດ້ານເສດຖະກິດ, ຄຸ້ມຄອງດ້ານການຄ້າ, ຊາຍແດນແບບຮອບດ້ານ ແລະ ຍືນຍົງ. ນອກນັ້ນ, ອີຢູ ກໍຈະໜູນຊ່ວຍດ້ານການເງິນຈາກບັນດາໂຄງການຮ່ວມມື, ໂດຍຜ່ານທະນາຄານລົງທຶນເອີລົບ ແລະ ບັນດາໂຄງການໜູນຊ່ວຍ 2 ຝ່າຍອື່ນໆ ໂດຍບັນດາປະເທດສະມາຊິກຂອງກຸ່ມຜັນຂະຫຍາຍ.