ແກ້ໄຂຄວາມຫຍຸ້ງຍາກ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ນຳປະເທດໃຫ້ພັດທະນາແບບຍືນຍົງ

(VOVWORLD) -ທີ່ກອງປະຊຸມ, ສະມາຊິກສະພາແຫ່ງຊາດຈຳນວນ 100% ໄດ້ເຫັນດີສະເໜີທ່ານ ຫງວຽນຝູຈ້ອງ ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15.
ແກ້ໄຂຄວາມຫຍຸ້ງຍາກ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ນຳປະເທດໃຫ້ພັດທະນາແບບຍືນຍົງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ຕອນຄ່ຳວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮັບເອົາຄຳເຫັນການຕີລາຄາ ແລະ ຄວາມໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງຢູ່ເຂດທີ່ຢູ່ອາໄສ ສຳລັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ນັ້ນແມ່ນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ, ຖ້າຫາກໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15, ຈະສະເໜີຕໍ່ສະພາແຫ່ງຊາດ ແລະ ບັນດາອົງການນຳພາຂອງພັກ, ລັດ ຍົກອອກນະໂຍບາຍໃຫ້ເໝາະສົມ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ປົງແປງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ນຳປະເທດໃຫ້ພັດທະນາແບບຍືນຍົງ:

        “ພ້ອມກັບບັນດາຄວາມສະດວກແລ້ວ, ປະເທດເຮົາຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ມີຫຼາຍບັນຫາຍັງບໍ່ສາມາດຄາດຄະເນລ່ວງໜ້າໄດ້, ສະນັ້ນທົ່ວພັກ, ທົ່ວປວງຊົນບໍ່ຄວນປະໝາດ. ຂ້າພະເຈົ້າຖືວ່າ, ນອກຈາກຄວາມມານະພະຍາຍາມຂອງຕົນເອງແລ້ວ, ສິ່ງໃຫຍ່ຫຼວງທີ່ສຸດແມ່ນປະຊາຊົນເຮົາໄດ້ຈົ່ງຮັກພັກດີຕໍ່ພັກຢ່າງເດັດຂາດ, ດຸໝັ້ນຂະຫຍັນພຽນໃນການອອກແຮງງານ, ກ້າແກນໃນການຕໍ່ສູ້ຄືແນວນັ້ນ. ຂ້າພະເຈົ້າໝັ້ນໝາຍວ່າ, ຖ້າຫາກໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະຕິບັດສຳເລັດໜ້າທີີ່ທີ່ໄດ້ຮັບມອບໝາຍ”.

        ທີ່ກອງປະຊຸມ, ສະມາຊິກສະພາແຫ່ງຊາດຈຳນວນ 100% ໄດ້ເຫັນດີສະເໜີທ່ານ ຫງວຽນຝູຈ້ອງ ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15.

ຕອບກັບ

ຂ່າວ/ບົດ​ອື່ນ