ແຂກທ່ອງທ່ຽວມາຫວຽດນາໃມເດືອນມັງກອນ 2021 ເພີ່ມຂຶ້ນ 9% ເມື່ອທຽບໃສ່ເດືອນທັນວາ 2020

(VOVWORLD) -ແຂກສາກົນມາຫວຽດນາມ ໃນເດືອນມັງກອນ 2021 ຄາດວ່າບັນລຸ 17.000 ເທື່ອຄົນ.
ແຂກທ່ອງທ່ຽວມາຫວຽດນາໃມເດືອນມັງກອນ 2021 ເພີ່ມຂຶ້ນ 9% ເມື່ອທຽບໃສ່ເດືອນທັນວາ 2020 - ảnh 1(ພາບປະກອບ: baotintuc.vn)

ແຫຼ່ງຂ່າວຈາກກົມໃຫຍ່ສະຖິຕິປະກາດໃນວັນທີ 29 ມັງກອນ ຊີ້ໃຫ້ເຫັນວ່າ: ໃນເດືອນມັງກອນ 2021 ຄາດວ່າແຂກສາກົນມາຫວຽດນາມ ເພີ່ມຂຶ້ນ 9% ເມື່ອທຽບໃສ່ເດືອນທັນວາ 2020. ລະອຽດແມ່ນ, ແຂກສາກົນມາຫວຽດນາມ ໃນເດືອນມັງກອນ 2021 ຄາດວ່າບັນລຸ 17.000 ເທື່ອຄົນ. ຍ້ອນ ຫວຽດນາມ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ຍັງບໍ່ທັນເປີດປະຕູທ່ອງທ່ຽວ ສະນັ້ນນັກທ່ອງທ່ຽວສ່ວນຫຼາຍແມ່ນນັກຊ່ຽວຊານ, ຄົນງານເຕັກນິກຕ່າງປະເທດເຮັດວຽກຢູ່ບັນດາໂຄງການຢູ່ຫວຽດນາມ…

        ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ກະກຽມຕ້ອນຮັບບຸນເຕັດປີສະຫຼູ 2021, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຊີ້ນຳຮາກຖານພັກເຊົ່າທ່ອງທ່ຽວໃນບໍລິເວນແຂວງ ຈົ່ງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ