ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບ
ການນຳແຂວງ ກາວບັງ
|
(vovworld)- ສືບຕໍ່ປະຕິບັດງານຢູ່ແຂວງ ກວາບັ່ງ, ຕອນເຊົ້າວັນທີ 9/1, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳແຂວງ ກາວບັງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ແຂວງກາວບັງ ສູ້ຊົນກາຍເປັນແຂວງ ພັດທະນາຂຽວ, ສະອາດທີ່ສຸດ ແລະ ຮອບດ້ານທີ່ສຸດກ່ຽວກັບເສດຖະກິດ ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຢູ່ທາງທິດເຫນືອຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:
“ຫນ້າທີ່ຫນັກຫນ່ວງ ນັ້ນແມ່ນຕ້ອງກາຍເປັນຫນຶ່ງໃນບັນດາທ້ອງຖິ່ນແບບຢ່າງຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນຂອງທົ່ວປະເທດ. ພິເສດແມ່ນການຫລຸດຜ່ອນຄວາມທຸກຍາກ, ສ້າງການທຳມາຫາກິນແບບຍືນຍົງໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ, ມີຄວາມສະຖຽນລະພາບທາງສັງຄົມ ແລະ ແມ່ນທອ້ງຖິ່ນປະຕິດບັດຮູບແບບພັດທະນາຂຽວສຳເລັດຜົນ ໂດຍອີງໃສ່ 3 ເສົາຄ້ຳ: ກະສິກຳ, ການທ່ອງທ່ຽວ, ການຄ້າດ່ານຊາຍແດນ.”