ແງ່ຫວັງສົ່ງອອກໝາກໄມ້ຂອງຫວຽດນາມ
ພາບປະກອບ:internet
|
(vovworld)- ພາຍຫລັງຫວຽດນາມ ສົ່ງອອກໝາກລຳໄຍສົດເຂົ້າຕະຫລາດອາເມລິກາ ສຳເລັດຜົນເມື່ອເດືອນ 12/2014, ແລະ ໃນເດືອນ 1/2015 ຫວຽດນາມ ສືບຕໍ່ສົ່ງອອກໝາກລຳໄຍໄປຂາຍຢູ່ ອາເມລິກາ. ປີນີ້ ຝ່າຍອາເມລິກາ ອາດຈະເຫັນດີອະນຸຍາດໃຫ້ຫວຽດນາມ ສົ່ງໝາກມ່ວງ ແລະ ໝາກນ້ຳນົມໄປຍັງຕະຫລາດອາເມລິກາ. ນອກຈາກ ຕະຫລາດ ອາເມລິກາແລ້ວ, ປະຈຸບັນ ຍັງມີຫລາຍປະເທດ ກໍອະນຸຍາດໃຫ້ໝາກໄມ້ຫວຽດນາມ ສົ່ງອອກໄປຍັງບັນດາຕະຫລາດນີ້. ຫວຽດນາມ ແລະ ຍີ່ປຸ່ນ ພວມສືບຕໍ່ເຈລະຈາເປີດປະຕູໃຫ້ຕະຫລາດໝາກມັງກອນ. ສ່ວນ ອົດສະຕາລີ ພວມພິຈາລະນານຳເຂົ້າໝາກມ່ວງ ແລະ ໝາກມັງກອນຂອງຫວຽດນາມ.