ແນວໂຮມປະເທດຫວຽດນາມແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມສົມທົບກັນໂຄສະນາປ້ອງກັນຊາດ,ປ້ອງກັນຄວາມສະຫງົບ
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
ຫງວຽນທ້ຽນເຍີນ ເປັນປະທານກອງປະຊຸມ
(vovworld) – ທີ່ການເຮັດວຽກໃນຕອນເຊົ້າວັນທີ 29/7, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງກົມໃຫຍ່ການເມືອງ, ກອງທັບປະຊາຊົນ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນການປ້ອງກັນຊາດໃຫ້ແກ່ປະເທດຊາດ, ເພື່ອໃຫ້ປະຊາຊົນມີຊີວິດທີ່ອິ່ມໜຳສຳລານ. ທ່ານປະທານ ຫງວຽນທ້ຽນເຍີນ ສະເໜີ: ໃນໄລຍະຈະມາເຖິງ, ກົມໃຫຍ່ການເມືອງ (ກອງທັບປະຊາຊົນ ຫວຽດນາມ) ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ສົມທົບໃນບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ພໍ່ແມ່ປະຊາຊົນເຂດຊາຍແດນປະສົບກັບຄວາມຫຍຸ້ງຍາກ, ບັນດາການເຄື່ອນໄຫວມຸ່ງໄປເຖິງທະເລ, ໝູ່ເກາະ, ຕອບບຸນແທນຄຸນ, ສົມທົບກັນກວດການະໂຍບາຍສຳລັບຜູ້ມີຄຸນງາມຄວາມດີໃນທົ່ວປະເທດ... ຄຽງຄູ່ກັນນັ້ນ, 2 ຝ່າຍຄວນສືບຕໍ່ຮ່ວມມືໂຄສະນາເຜີຍແຜ່ຢ່າງມີປະສິດທິຜົນກ່ວາອີກໃນການຊີ້ນຳສື່ມວນຊົນໂຄສະນາເຫດການ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 25 ປີແຫ່ງວັນທົ່ວປວງຊົນປ້ອງກັນປະເທດ, ສົມທົບກັນຈັດຕັ້ງກອງປະຊຸມເຂດຊາຍແດນມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ໃນທ້າຍປີນີ້.