ແມ່ຍິງເມືອງ ດານເຝື້ອງ, ຮ່າໂນ້ຍຂະຫຍັນຂັ່ນເຄື່ອນ, ມີຫົວຄິດປະດິດສ້າງ

ແມ່ຍິງເມືອງ ດານເຝື້ອງ, ຮ່າໂນ້ຍຂະຫຍັນຂັ່ນເຄື່ອນ, ມີຫົວຄິດປະດິດສ້າງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແມ່ຍິງຜູ້ດີເດັ່ນ ເມືອງ ດານ​ເຝື້ອ​ງ ນະຄອນ​ຮ່າ​ໂນ້ຍ

(vovworld)- ຕອນ​ບ່າຍ​ວັນ​ທີ 3/3 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແມ່ຍິງຜູ້ດີເດັ່ນ ເມືອງ ດານ​ເຝື້ອ​ງ ນະຄອນ​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ 104 ປີ​ແຫ່ງ​ວັນ​ແມ່ຍິງ​ສາກົນ (8/3) ​ແລະ ສະ​ເຫຼີ​ມສະຫຼອງ 1974 ປີ ​ແຫ່ງ​ວັນ​ລຸກ​ຮື້​ຂຶ້ນ​ຂອງ 2 ພະນາ​ງຈຶງ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ແມ່ຍິງເມືອງ ດານ​ເຝື້ອ​ງ ​ໄດ້​ປະຕິບັດ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ, ບັນດາ​ຂະ​ບວນການ​ໂດຍ​ສະມາຄົມ​ແມ່ຍິງ​ຂັ້ນ​ຕ່າງໆ​ປຸກລະດົມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນສຳ​ເລັດ​ຂອງ ​ແມ່ຍິງເມືອງ ດານ​ເຝື້ອ​ງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ຖື​ວ່າ ​ແມ່ຍິງມີ​ບົດບາດ​ສຳຄັນ​ໃນ​ການ​ປ່ຽນ​ແປງ​ສົມ​ໜ້າ​ຊົນນະບົດ ​ແລະ ຫວັງ​ວ່າ ​ເອື້ອຍ​ນ້ອງ​ແມ່ຍິງເມືອງ ດານ​ເຝື້ອ​ງຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະກອບ​ສວ່ນສ້າງ​ຄອບຄົວ​ມີ​ຄວາມ​ຜາ​ສຸກ, ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ. 

ຂ່າວ/ບົດ​ອື່ນ