ໂຄງການພັດທະນາສປຊວາງຄາດໝາຍປະຕິຮູບເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ
ທ່ານນາງ ຫງວຽນເຟືອງງາ ຫົວໜ້າຄະນະ
ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ສປຊ
(ພາຍອິນເຕີແນັດ)
(vovworld) - ຕອນບ່າຍວັນທີ 24/02, ຢູ່ສຳນັກງານຂອງສະຫະປະຊາຊາດ (ສປຊ), ໂຄງການພັດທະນາ ສປຊ (UNDP) ຈັດຕັ້ງກອງປະຊຸມພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອົງການນີ້. ກອງປະຊຸມໃນຄັ້ງນີ້ ແມ່ນກາລະໂອກາດເພື່ອຊ່ວຍສ້າງອານາຄົດຂອງ UNDP ໃນທົ່ວໂລກ ພ້ອມທັງຖືວ່າ: UNDP ຄວນຕ້ອງປະຕິຮູບເອງ ເພື່ອຮັບຜິດຊອບໜ້າທີ່ຊຸກຍູ້ໂຄງການດຳເນີນງານບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ດ້ວຍບັນດາຈຸດໝາຍໃຫຍ່, ສັບສົນ ແລະ ມີຂອບຂະໜາດຂ້າມຊາດ. ກ່າວຄຳເຫັນນະທີ່ນີ້, ຜູ້ອຳນວຍການໃຫຍ່ UNDP ທ່ານ Helen Clark ຢັ້ງຢືນວ່າ: ເຖິງວ່າ ໂລກພວມມີການປ່ຽນແປງຫລາຍຢ່າງ ແລະ ພາໃຫ້ UNDP ກໍ່ຕ້ອງມີບັນດາການປ່ຽນແປງ ເພື່ອຮັບມື. ໂດຍຜ່ານ UNDP ບັນດາປະເທດສະມາຊິກສະມັດຊາໃຫຍ່ສະຫະປະຊາຊາດພວມມານະພະຍາຍາມປະຕິບັດຈຸດໝາຍທີ່ເປັນແກ່ນສານຂອງ ສປຊ, ນັ້ນແມ່ນ “ຊຸກຍູ້ຄວາມກ້າວໜ້າດ້ານສັງຄົມ ແລະ ປັບປຸງລະດັບຄອງຊີບຢູ່ໃຫ້ແກ່ປະຊາຊົນ”.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຂອງ ຫວຽດນາມ ປະຈຳ ສປຊ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ UNDP ແລະ ບັນດາອົງການສຳນັກງານອື່ນໆຂອງ ສປຊ ເພື່ອຫັນ SDGs ໃຫ້ປະກົດຜົນເປັນຈິງ.