ຜົນຮ້າຍຢ່ອຍຫລັງຈາກການປ່ຽນແປງຂອງດິນຟ້າອາກາດ
ພາບປະກອບຈາກ internet
|
(vovworld) - ວັນທີ 29/2 ສະຖາບັນວິທະຍາສາດ ອຸຕຸນິຍົມອຸທົກກະສາດ ແລະ ສິ່ງແວດລ້ອມ ສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງກອງປະຊຸມສຳມະນາເລີ່ມປະຕິບັດໂຄງການຮ່ວມມືດ້ານເຕັກນິກຫວຽດນາມ ນອກແວ ກ່ຽວກັບການນຳໃຊ້ຮູບແບບລະບົບຫນ່ວຍໂລກຂອງ ນອກແວ ສ້າງຕາຕະລາງເວລາການປ່ຽນແປງຂອງດິນຟ້າອາກາດ, ຄົ້ນຄ້ວາລະບົບລົມມໍລະສຸມ ແລະ ບັນດາປະກົດການອາກາດຮ້າຍແຮງຢູ່ ຫວຽດນາມ. ໂຄງການດັ່ງກ່າວມີຍອດຈຳນວນທຶນເກືອບ 1 ລ້ານ USD, ໃນນັ້ນ ທຶນ ODA ຊ່ວຍເຫລືອລ້າແມ່ນເກືອບ 800.000 USD. ໄລຍະປະຕິບັດໂຄງການແມ່ນ 30 ເດືອນ ນັບແຕ່ 1/12/2011 ເປັນຕົ້ນໄປ. ຈຸດໝາຍຍາວນານຂອງໂຄງການແມ່ນເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ສະຖາບັນດັ່ງກ່າວ ກໍຄືສູນຄົ້ນຄ້ວາອາກາດໃນຂົງເຂດຫັນລະບົບອາກາດເປັນຮູບແບບ.