ໂຄງການ “ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິ່ນແຂວງ ກວາງຈີ້”
ພາບປະກອບ
(vovworld) - ວັນທີ 10/8, ຢູ່ສະຖານທູດຍີ່ປຸ່ນປະຈຳຫວຽດນາມ ໄດ້ດຳເນີນພິທີເຊັນສັນຍາຊ່ວຍເຫຼືອລ້າຂັ້ນຮາກຖານຂອງລັດຖະບານ ຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ໂຄງການ “ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິ່ນ ແຂວງ ກວາງຈີ້”, ຂອງສະຖາບັນ Humpty Dumpty. ທາງສະຖາບັນ Humpty Dumpty ແມ່ນອົງການບໍ່ຂຶ້ນກັບລັດຖະບານຂອງ ອາເມລິກາ. ແຕ່ປີ 2012, ສະຖາບັນໄດ້ສົມທົບກັບໂຄງການ RENEW (ເຊິ່ງແມ່ນໂຄງການຂອງກອງທຶນອາໄລຫາທະຫານຜ່ານເສີກ ອາເມລິກາ ຢູ່ຫວຽດນາມ) ສ້າງຕັ້ງໂຄງການ ພັດທະນາການປູກເຫັດກາຍເປັນຂະແໜງກະສິກຳແບບຍືນຍົງຢູ່ແຂວງ ກວາງຈີ້, ສ້າງລາຍຮັບ ແລະ ໜູນຊ່ວຍຊີວິດການເປັນຢູ່ໃຫ້ແກ່ບັນດາຄອບຄົວ, ບັນດາຄອບຄົວເຂົ້າຮ່ວມລາຍການຈະໄດ້ຮັບການໜູນຊ່ວຍໃນເບື້ອງຕົ້ນ ແລະ ບຳລຸງສ້າງດ້ານເຕັກນິກເພື່ອປູກເຫັດ. ສະຖາບັນ Humpty Dumpty ໄດ້ສ້າງແຜນການເພີ່ມທະວີຄວາມສາມາດປູກເຫັດໃນລະດັບສູງເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິ່ນ ດ້ວຍວິທີລົງທຶນປະກອບອຸປະກອນໃໝ່, ເພີ່ມປະລິມານການຜະລິດເຫັດ. ລັດຖະບານ ຍີ່ປຸ່ນ ໄດ້ຕັດສິນໃຈໜູນຊ່ວຍ ສະຖາບັນ Humpty Dumpty ບ້ວງເງິນມີມູນຄ່າເກືອບ 123.000 USD ເພື່ອລົງທຶນປະກອບບັນດາອຸປະກອນທີ່ຈຳເປັນໃຫ້ແກ່ໂຄງການນີ້.