(ພາບປະກອບ)
(vovworld) - ໃນລາຍການໂຄສະນາສິນຄ້າຫວຽດນາມ ຖືກດຳເນີນແຕ່ວັນທີ 04 – 07/06, ມີຜະລິດຕະພັນກະເສດຂອງຫວຽດນາມ ຫຼາຍປະເພດໄດ້ນຳເຂົ້າໂຄສະນາໃນລະບົບຮ້ານສັບພະສິນຄ້າໃຫຍ່ກວ່າໝູ່ຢູ່ສິ່ງກະໂປ, NTUC FaurPrice. ນີ້ແມ່ນປີທີ່ 2 NTUC FaurPrice ຈັດຕັ້ງລາຍການຍໂຄສະນາສິນຄ້າຫວຽດນາມ ໃນລະບົບຮ້ານສັບພະສິນຄ້າຂອງຕົນ, ດ້ວຍສິນຄ້າ 50 ປະເພດ, ໃນນັ້ນມີບັນດາປະເພດສິ້ນຄ້າໃໝ່ຄື, ປາ Phile ແຊເຢັນ, ໝາກລະມຸດ, ມາກມ່ວງແນວພັນອົດສຕາລີ… ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສິງກະໂປ ຫງວຽນຕຽນມິງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ສະຖານທູດຫວຽດນາມ ຈະນຳໃຊ້ມາດຖານສິງກະໂປ ເຂົ້າວິວັດການຜະລິດຂັ້ນຕົ້ນ ເພື່ອໃຫ້ສິ້ນຄ້າຫວຽດນາມ ສາມາດແຊກຊິຶມເຂົ້າຕະຫຼາດສິງກະໂປ ໃຫ້ຫຼາຍກວ່າອີກ.