ໂຄສະນາ,ສົ່ງເສີມການທ່ອງທ່ຽວຫວຽດນາມຢູ່ຝຣັ່ງ

ໂຄສະນາ,ສົ່ງເສີມການທ່ອງທ່ຽວຫວຽດນາມຢູ່ຝຣັ່ງ - ảnh 1
​​ລາຍການ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ ຫວຽດນາມ ຢູ​່ ຝຣັ່ງ
(ພາບ: baotintuc)

(vovworld) – ​​ ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ສົມທົບ​ກັບບໍລິສັດ​ການບິນ​ແຫ່ງ​ຊາດ ຫວຽດນາມ Airlines ​ແລະ ຫລາຍ​ບໍລິສັດ​ທ່ອງ​ທ່ຽວ ທ່ອງ​ທ່ຽວ ຫວຽດນາມ ​ແລະ ຝຣັ່ງ ຫາ​ກໍ່​ຈັດ​ຕັ້ງ​​ລາຍການ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ ຫວຽດນາມ ຢູ​່ ຝຣັ່ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ທີ່​ນອນ​ໃນ​ລາຍການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2015 ຂອງ ຫວຽດນາມ. ຜູ້ຕາງໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ແລະ ຫລາຍ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ ຝຣັ່ງ ​ໄດ້​ໂຄສະນາ​ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ ທ່ອງ​ທ່ຽວ ​ແລະ ລາຍການທ່ອງ​ທ່ຽວ​ໃໝ່​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ tour ທ່ອງ​ທ່ຽວ​ຊີວະ​ພາບ ​ເຖິງ​ໝູ່​ບ້ານ​ຊາວ​ເຜົ່າ​ຢູ່​ບັນດາ​ແຂວງ​ພູດ​ອຍທາງພາກ​​ເໜືອ, ລາຍການທ່ອງ​ທ່ຽວ​ອ່າວ ຮ້າ​ລອງ ດ້ວຍຍົນບິນ​ທະ​ເລ…ຜູ້ຕາງໜ້າການບິນ ຫວຽດນາມ Airlines ກໍ​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ການ​ນຳ​ໃຊ້​ເຮືອບິນ​ລຸ່ນໃໝ່ A350 ​ໃນ​ສາຍ​ການ​ບິນ ຮ່າ​ໂນ້ຍ / ​ໂຮ່ຈີ​ມິນ ​ໄປ ປາຣີ.

 

 

 

 

 

 

ຂ່າວ/ບົດ​ອື່ນ