ພາບປະກອບ:internet
|
(vovworld)- ໃນເວທີປາໄສຄູ່ຮ່ວມມືທົ່ວໂລກ ເພື່ອສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຄັ້ງທີ 3 ຫາກໍອັດລົງໃນວັນທີ 1/7 ຢູ່ ນະຄອນ Johannesburg ປະເທດ ອາຟິຼກາໃຕ້, ບັນດາຜູ້ແທນໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ຜົນງານດ້ານສາທາລະນະສຸກຂອງຫວຽດນາມ , ພິເສດແມ່ນບັນດາໝາກຜົນທີ່ບັນລຸໄດ້ໃນ 20 ກວ່າປີມານີ້ ຄືຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກນ້ອຍໃນເກນອາຍຸຕຳ່ກວ່າ 5 ປີ ແລະ ຫລຸດຜ່ອນອັດຕາສຳລັບການຂາດທາດບຳລຸງຂອງເດັກໃນເກນອາຍຸຕຳ່ກວ່າ 5 ປີ . ທີ່ເວທີປາໄສ, ບັນດາຜູ້ແທນສົນໃຈເປັນພິເສດຖິງບົດຮຽນຂອງຫວຽດນາມໃນການຜັນຂະຫຍາຍບໍລິການສາທາລະນະສຸກຢູ່ຂັ້ນຮາກຖານ ແລະ ວິທີສຳພັດຂອງຫລາຍຂະແຫນງໃນວຽກງານນີ້ເພື່ອເສີມຂະຫຍາຍການເຂົ້າຮ່ວມຢ່າງຕັ້ງຫນ້າຂອງວົງຄະນາຍາດ. ບັນດາຜູ້ແທນກໍສະແດງຄວາມປາດຖະຫນາຢາກຮ່ວມມືກັບຫວຽດນາມ ເພື່ອພ້ອມກັນບັນລຸໄດ້ບັນດາເປົ້າໝາຍສະຫັດສະວັດໃນໄລຍະຈະມາເຖິງ.