ໂລກ​ລະ​ບາດ Covid – 19: ໂລກ​ລະ​ບາດ​ແຜ່​ລ​າມ​ອອກ​ສູ່ 163 ​ປະ​ເທດ ແລະ ເຂດ​ແຄ້​ວ​ນໃນ​ໂລກ

(VOVWORLD) -ຕາມຕົວເລກທີໄດ້ອັບເດດ ຫຼ້າສຸດຂອງ Worldometers ແລ້ວ, ໄລ່ຮອດ 8 ໂມງ 30 ນາທີ່ຂອງວັນທີ 21 ມີນາ (ຕາມເວລາ ຫວຽດນາມ), ປັດຈຸບັນໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ Covid – 19 275.741 ຄົນແລະ ມີຜູ້ເສຍຊີວິດ ຍ້ອນ Covid – 19 ແມ່ນ 11.397  ຄົນ. ຈຳນວນ ຄົນເຈັບທີ່ໄດ້ຮັບການຟື້ນຟູແມ່ນ 91.912 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 163 ປະເທດ ແລະ ເຂດແຄ້ວນ.
ໂລກ​ລະ​ບາດ Covid – 19: ໂລກ​ລະ​ບາດ​ແຜ່​ລ​າມ​ອອກ​ສູ່ 163 ​ປະ​ເທດ ແລະ ເຂດ​ແຄ້​ວ​ນໃນ​ໂລກ - ảnh 1ພາບປະກອບ 

ອີຕາລີສືບຕໍ່ແມ່ນປະເທດມີຈຳນວນຜູ້ເສີຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍກວ່າໝູ່ ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຖັດຈາກນັ້ນແມ່ນ ແອັດສະປາຍ (235 ຄົນ) ແລະ ອີຣານ (149 ຄົນ).

ຢູ່ອູຫັ້ນ(ປະເທດຈີນ), 3 ວັນລຽນຕິດແມ່ນບໍ່ກວດພົບກໍລະນີຕິດເຊື້ອພະຍາດ Covid – 19 ລາຍໃໝ່. ໄລ່ຮອດວັນທີ 20 ມີນາ, ຢູ່ຈີນມີ ຜູ້ຕິດເຊື້ອພະຍາດ Covid – 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 71.740 ຄົນ ແລະ ມີຜູ້ເສຍຊີວິດ 3.255 ຄົນ. ຈຳນວນຜູ້ຕິດເຊື້ອພະຍາດ Covid - 19ໃໝ່ຕື່ມອີກແມ່ນ 41 ຄົນ ທັງໝົດເຫຼົ່ານັ້ນລ້ວນແຕ່ ມາຈາກຕ່າງປະເທດ.

ໂລກ​ລະ​ບາດ Covid – 19: ໂລກ​ລະ​ບາດ​ແຜ່​ລ​າມ​ອອກ​ສູ່ 163 ​ປະ​ເທດ ແລະ ເຂດ​ແຄ້​ວ​ນໃນ​ໂລກ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ