ໄຂກອງປະຊຸມຄັ້ງທີ25ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ
ກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດ
|
(vovworld) - ກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ດຳເນີນໄປໃນວັນທີ 20 ແລະ 21/2. ຕາມລາຍການເຮັດວຽກແລ້ວ, ຄະນະປະຈຳສະພາແຫ່ງຊາດ ຈະປຶກສາຫາລືບັນດາບັນຫາສຳຄັນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍບາງສະບັບ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ, ກົດໝາຍວ່າດ້ວຍການກໍ່ສ້າງ ສະບັບປັບປຸງ, ກົດໝາຍວ່າດ້ວຍທະບຽນສານ ສະບັບປັບປຸງ, ກົດໝາຍວ່າດ້ວຍການລົງທຶນຂອງລັດ.
ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນກ່ຽວກັບບົດລາຍງານຕີລາຄາ, ຖອດຖອນບົດຮຽນການຜັນຂະຫຍາຍປະຕິບັດມະຕິເລກທີ 35 ຂອງສະພາແຫ່ງຊາດ ກ່ຽວກັບການລົງຄະແນນສຽງ ແລະ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແຫນ່ງໂດຍ ສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລື ໃຫ້ສັດຕະຍາບັນ ແລະ ຕົກລົງບາງເນື້ອໃນສຳຄັນອື່ນ.