ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 18/9 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ ທີ່ກອງປະຊຸມ ລັດຖະມົນຕີກະຊວງສາທາລະນະສຸກອາຊຽນຄັ້ງທີ12 ພາຍໃຕ້ຫົວຂໍ້ວ່າ: “ສຸຂະພາບດີກວ່າໃຫ້ແກ່ປະຊາຄົມອາຊຽນຫລັງປີ 2015” . ນີ້ເປັນຄັ້ງທຳອິດ ກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກອາຊຽນ ຖືກຈັດຂຶ້ນຢູ່ຫວຽດນາມ ໂດຍມີການເຂົ້າຮ່ວມ ຂອງຜູ້ແທນເກືອບ 200 ທ່ານ ຊື່ງແມ່ນລັດຖະມົນຕີ, ຫົວຫນ້າຄະນະຜູ້ແທນການແພດຂອງ 10 ປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ນັ້ນແມ່ນຈີນ, ສເກົາຫລີ, ຍີ່ປຸ່ນ, ຜູ້ຕາງຫນ້າບັນດາອົງການຈັດຕັ້ງສາກົນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ບັນດາປະເທດສະມາຊິກໃນ ອາຊຽນ ພວມມານະພະຍາຍາມສ້າງປະຊາຄົມ ອາຊຽນ ສຳເລັດໃນປີ 2015, ໃນນັ້ນ ເລື່ອງສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນແມ່ນຫນຶ່ງໃນບັນດາເນື້ອໃນມີຄວາມສຳຄັນຍິ່ງ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ສ້າງກຳລັງຫນູນແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງຂອງ ອາຊຽນ ກໍຄືຂອງແຕ່ລະປະເທດສະມາຊິກ. ເພື່ອສ້າງປະຊາຄົມອາຊຽນ ມຸ່ງໄປເຖິງປະຊາຊົນ ແລະ ເພື່ອປະຊາຊົນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ພວກເຮົາຄວນເພີ່ມທະວີການຮ່ວມມືສ້າງຕາຫນ່າງສາທາລະນະສຸກໃນທົ່ວປວງຊົນ, ຮັບປະກັນໃຫ້ແກ່ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ບໍລິການສາທາລະນະສຸກມີຄຸນນະພາບສູງ. ເພີ່ມທະວີການຮ່ວມມືປ້ອງກັນຕ້ານໂລກລະບາດຕິດແປດ ທີ່ພວມຜັນແປໄປຢ່າງສັບສົນໃນໂລກ ແລະ ໃນພາກພື້ນອາຊຽນ. ຄວາມຈິງນີ້ຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມມືນຳກັນຢ່າງແຫນ້ນແຟ້ນກວ່າ.”
ຕາມທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ແລ້ວ, ໃນຊຸມປີຜ່ານມາ ວຽກງານຮັກສາ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນຂອງຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນ ແລະ ສຳເລັດບັນດາເປົ້າໝາຍສະຫັດສະວັດຂອງ ສປຊ. ມາຮອດປະຈຸບັນ, ຫວຽດນາມ ໄດ້ມີ 3/4 ຈຳນວນພົນລະເມືອງໃນທົ່ວປະເທດເຂົ້າຮ່ວມປະກັນສຸຂະພາບ. ແຫລ່ງຊັບພະຍາກອນມະນຸດພັດທະນາຢ່າງວ່ອງໄວນັບທັງປະລິມານ ແລະ ຄຸນນະພາບ. ບັນດາດັດຊະນີສຸຂະພາບຂອງປະຊາຊົນຫວຽດນາມ ບັນລຸລະດັບສູງກວ່າເມື່ອທຽບໃສ່ຫລາຍປະເທດທີ່ມີລາຍຮັບສະເລ່ຍໃສ່ຫົວຄົນເທົ່າກັບຫວຽດນາມ.