ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ20

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູຄັ້ງທີ20 - ảnh 1
ສຳນັກງານຄະນະກຳມະການ ເອີລົບ, ບ່ອນດຳເນີນກອງປະຊຸມ

(vovworld) – ວັນ​ທີ 23/7, ທີ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ ອາ​ຊຽນ - ສະຫະພາບ​ເອີ​ລົບ​ຄັ້ງ​ທີ 20 ດ້ວຍ​ຫຼາຍ​ເນື້ອ​ໃນ​ປຶກສາ​ຫາລື​ທີ່ສຳຄັນ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ນຳ​ໜ້າ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ ອາ​ຊຽນ - ສະຫະພາບ​ເອີ​ລົບ​ຄັ້ງ​ທີ 20  ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ສະພາບ​ທັງ ​ເອີ​ລົບ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ. ພິ​ເສດ, ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ອຸບັດ​ຕິ​ເຫດ​ເຮືອບິນ​ຕົກ​ຂອງ ມາ​ເລ​ເຊຍ ​ໃນ​ເຂດ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຈະ​ແມ່ນ 2 ບັນຫາ​ໃຫຍ່​ເຊິ່ງບັນດາ​ການ​ນຳ ອີ​ຢູ ​ແລະ ອາ​ຊຽນ ສຸມ​ໃສ່​ປຶ​ກສາ​ຫາລື. ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ, ບັນ​ດາ​ນັກ​ຊ່ຽວ​ຊານ​ອັນ​ດັບ​ໜຶ່ງ​ຂອງ ອີ​ຢູ ​ໄດ້​ຍົກ​ອອກຫຼາຍ​ຄຳ​ເຫັນ​ຮຽກຮ້ອງ​ຊຸກຍູ້​ການ​ພົວພັນ​ກັບ ອາ​ຊຽນ - ຮູບ​ແບບ​ການ​ຮ່ວມ​ມື​ເຊິ່ງ​ເຂົາ​ເຈົ້າ​ຖື​ວ່າ​ແມ່ນ​ບັນລຸ​ຜົນສຳ​ເລັດ​ທີ່​ສຸດ​ຢູ່ ອາຊີ. ​ເລື່ອງ​ຊຸກຍູ້ການ​ພົວພັນ ​ແລະ ການ​ມີໜ້າ​ຢູ່ ອາຊີ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່​ຊ່ວຍ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ - ການ​ຄ້າ​ຂອງ ອີ​ຢູ ​ເທົ່າ​ນັ້ນ ຫາກ​ຍັງ​ຊຸກ​ຍູ້​ທີ່​ຕັ້ງ​​ໃຫ້ ອີ​ຢູ ​ໃນ​ພາກ​ພື້ນ​ທີ່​ມີ​ຄວາມ​ສຳຄັນດ້ານ​ພຸມ​ສາດ, ການ​ເມືອງ​ຢູ່ ອາຊີ.

       


ຂ່າວ/ບົດ​ອື່ນ