ASEM 9 ຖືກໄຂຂຶ້ນຢູ່ວຽງຈັນ
(ພາບ: vtv.vn)
(VOV)- “ເພື່ອນມິດເພື່ອສັນຕິພາບ, ຄູ່ຮ່ວມມືເພື່ອວັດທະນາຖາວອນ“ ແມ່ນຫົວຂໍ້ຂອງກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9, ຊື່ງໄດ້ໄຂຂຶ້ນໃນຕອນບ່າຍວັນທີ 5/11, ຢູ່ວຽງຈັນ-ລາວ.ເຂົ້າຮ່ວມກອງປະຊຸມແມ່ນປະມຸກລັດ, ການນຳລັດຖະບານບັນດາປະເທດສະມາຊິກ, ຄະນະກຳມະການເອີລົບ ແລະ ຄະນະເລຂາອາຊຽນ. ກ່າວຄຳປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫ່ຍ, ປະທານປະເທດລາວຈູມມາລີໄຊຍະສອນ ເນັ້ນໜັກວ່າ: ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9 (ASEM 9 ) ແມ່ນເຫດການສຳຄັນທີ່ສຸດບໍ່ພຽງແຕ່ສຳລັບການຮ່ວມມືໃນ ASEM ເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງທ່າອ່ຽງໂອ້ລົມສົນທະນາ, ຮ່ວມມື ແລະ ຮ່ວມສຳພັນໃນສອງທະວີບ ແລະ ໃນໂລກອີກດ້ວຍ. ໃນບົດກ່າວປາໄສຂ່ຳນັບຊົມເຊີຍກອງປະຊຸມ, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ຢືນຢັນວ່າ: : ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງທີ 9 ສຸມໃສ່ແລກປ່ຽນບັນດາມາດຕະການສຳຄັນເພື່ອແນໃສ່ເພີ່ມທະວີການຮ່ວມມື ASEM ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຟື້ນຟູເສດຖະກິດ, ຮັບມືກັບບັນດາການທ້າຍທາຍທົ່ວໂລກ.
ພາຍຫຼັງພິທີໄຂ, ບັນດາທ່ານປະມຸກລັດ, ການນຳລັດຖະບານບັນດາປະເທດສະມາຊິກ, ຄະນະກຳມະການເອີລົບ ແລະ ຄະນະເລຂາອາຊຽນ ໄດ້ດຳເນີນວາລະປະຊຸມຄົບຄະນະຄັ້ງທີ 1 ດ້ວຍຫົວຂໍ້ “ບັນດາບັນຫາເສດຖະກິດ-ການເງິນ“. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ສະເໜີວ່າ ASEM ຄວນສ້າງກຳລັງໜູນໃໝ່ໃຫ້ແກ່ເສົາຄ້ຳຮ່ວມມືເສດຖະກິດຂອງເວທີປາໄສ, ໂດຍຜ່ານການສົມທົບກັນປະຕິບັດນະໂຍບາຍເສດຖະກິດ-ການເງິນຢ່າງແນ້ນແຟ້ນ, ຜັນຂະຫຍາຍ “ແຜນການດຳເນີນງານຫັນການຄ້າເປັນສະດວກສະບາຍ“ ແລະ “ແຜນການດຳເນີນງານສົ່ງເສີມການລົງທຶນ“ ຂອງ ASEM ຢ່າງແຮງກ່ວາ. ທ່ານຍັງຖືວ່າ ໃນວິວັດການຮ່ວມມື, ASEM ຄວນເອົາໃຈໃສ່ເຖິງບັນດາບັນຫາພັດທະນາ, ບັນດາໂຄງການເຊື່ອມຈອດພາກພື້ນ ແລະ ລະຫວ່າງພາກພື້ນ, ຮັດແຄບຊ່ອງວ່າງການພັດທະນາ ແລະ ຮັບປະກັນຄວາມດຸ່ນດຽງປະໂຫຍດລະຫວ່າງບັນດາສະມາຊິກພັດທະນາ ແລະ ພວມພັດທະນາ. ບັນດາສະມາຊິກ ASEM ກໍ່ຄວນຍູ້ແຮງການແລກປ່ຽນບົດຮຽນ, ຮ່ວມມືກ່ຽວກັບການຫັນປ່ຽນຮູບແບບການເຕີບໂຕ, ພັດທະນາເສດຖະກິດຂຽວ, ພິເສດແມ່ນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ.