ໄຂກອງປະຊຸມສຸດຍອດSAARCຄັ້ງທີ18
ພາບປະກອບ:TTXVN
|
(vovworld)- ຕອນເຊົ້າວັນທີ 26/11, ກອງປະຊຸມສຸດຍອດຄັ້ງທີ 18 ຂອງສະຫະສະມາຄົມການຮ່ວມມືພາກພື້ນ ອາຊີໃຕ້ (SAARC) ພາຍໃຕ້ຫົວຂໍ້ວ່າ: “ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງ Kathmandu ຂອງ ເນປານ. ກອງປະຊຸມແມ່ນສຸມໃສ່ປຶກສາຫາລືກ່ຽວກັບຄວາມໝັ້ນຄົງພາກພື້ນ, ການຄ້າ ແລະ ການເຊື່ອມໂຍງ. ເຂົ້າຮ່ວມກອງປະຊຸມປີນີ້, ມີການນຳລັດ, ລັດຖະບານ ຂອງ 8 ປະເທດສະມາຊິກ ແລະ ຜູ້ຕາງຫນ້າ 9 ປະເທດສັງເກດການຂອງ ສະຫະສະມາຄົມການຮ່ວມມືພາກພື້ນ ອາຊີໃຕ້ ຊື່ງລວມມີ: ອົດສະຕາລີ, ຈີນ, ສະຫະພາບເອີລົບ (ອີຢູ), ອີຣານ, ຍີ່ປຸ່ນ, ສເກົາຫລີ, Mauritius, ມຽນມາ ແລະ ອາເມລິກາ. ທີ່ກອງປະຊຸມຄັ້ງນີ້ ການນຳບັນດາປະເທດ ຈະປຶກສາຫາລືຫລາຍບັນຫາສຳຄັນ ແລະ ພົ້ນເດັ່ນຢູ່ພາກພື້ນ ອາຊີໃຕ້, ຊຸກຍູ້ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດສະມາຊິກ, ສ້າງເຂດການຄ້າເສລີ, ວິທີຮັບມືກັບໄພມົນລະພິດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ.